(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສ.ເກົາຫີຼ (22/12/1992 – 22/12/2012), ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ໄດ້ສົ່ງສານອວຍພອນເຖິງປະທານາທິບໍດີ, ນາຍົກລັດຖະມະຕີ ແລະ ປະທານສະພາແຫ່ງຊາດສ.ເກົາຫຼີ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສ.ເກົາຫີຼ. ຕອນຄໍ່າວັນທີ 21/12, ຢູ່ນະຄອນຫຼວງເຊອູນ (ສ.ເກົາຫຼີ), ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ສົມທົບກັບສະມາຄົມມິດຕະພາບສ.ເກົາຫຼີ - ຫວຽດນາມ ຈັດງານລ້ຽງ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເກົາຫຼີ ເນັ້ນໜັກວ່າ ໃນຕະຫຼອດ 20 ປີຜ່ານມາ, ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງດີງາມໃນທຸກຂົງເຂດຄື້: ການເມືອງ ແລະ ເສດຖະກິດ, ວັດທະນະທຳ ແລະ ສັງຄົມ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຊີ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ກໍຄືການແລກປ່ຽນລະຫວ່າງປະຊາຊົນສອງປະເທດ. ມາຮອດປະຈຸບັນ, ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ແມ່ນມີລັກສະນະຍຸດທະສາດຢ່າງອທ້ຈິງ ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ ກໍຄືປະສິດທິຜົນສຸງໃນທຸກຂົງເຂດຮ່ວມມື ແລະ ການແລກປ່ຽນອັນສະໜິດສະໜົມລະຫວ່າງປະຊາຊົນສອງປະເທດ.