ສະເຫຼີມສະຫຼອງ 20 ປີແຫ່ງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດານັກອຸປະຖຳ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
(ພາບ: vov.vn)
(vovworld) – ພິທີສະເຫຼີມສະຫຼອງ 20 ປີແຫ່ງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດານັກອຸປະຖຳໄດ້ຈັດຕັ້ງໃນຕອນເຊົ້າວັນທີ 17/10, ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມກັບຜູ້ແທນກ່ວາ 300 ຄົນ ທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການ ແລະ ອົງການຈັດຕັ້ງອຸປະຖຳພັດທະນາ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕີລາຄາສູງເລື່ອງລັດຖະບານບັນດາປະເທດອຸປະຖຳ, ບັນດາອົງການການເງິນໂລກ, ບັນດາອົງການສາກົນ ແລະ ບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ສະຫງວນໃຫ້ ຫວຽດນາມ ການສະໜັບສະໜູນຢ່າງແຮງ ແລະ ໜູນຊ່ວຍ ODA ອັນໃຫຍ່ຫຼວງໃຫ້ແກ່ ຫວຽດນາມ. ການໜູນຊ່ວຍນີ້ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ຈາກປະເທດທີ່ທຸກຍາກ, ດ້ອຍພັດທະນາ, ມານະພະຍາຍາມບື່ນຕົວຂຶ້ນກາຍເປັນປະເທດພວມພັດທະນາມີລາຍຮັບປານກາງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ນຳໃຊ້ແຫຼ່ງທຶນ ODA ຂອງປະຊາຄົມໂລກຢ່າງມີປະສິດທິຜົນ. ຫວຽດນາມ ຈະສົມກັບຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກອຸປະຖຳ, ພ້ອມທັງເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ໄດ້ຮັບການຮ່ວມມືຈາກເພື່ອນມິດສາກົນຢ່າງແຮງ ແລະ ມີປະສິດທິຜົນກ່ວາອີກ ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ປັບປຸງບັນດາຜົນງານທີ່ບັນລຸໄດ້, ສືບຕໍ່ນຳ ຫວຽດນາມ ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ.