ສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດເປັນປົກກະຕິຫວຽດນາມ-ອາເມລິກາ

ສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດເປັນປົກກະຕິຫວຽດນາມ-ອາເມລິກາ - ảnh 1
(ພາບ​ປະ​ກອບ)

( vovworld)-  ​ວັນ​ທີ 01/10 ຢູ່​ນະ​ຄອນ ​ແຣກ​ຢ໋າ, ແຂວງ​ກຽນ​ຢາງ ແລະ ກົງ​ສູນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ປະ​ຈຳ​ນະ​ຄອນ​ໂຮ່​ຈີ່​ມິນໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ພົບ​ປະ ສະ​ເຫຼີມ​ສະຫຼອງ 20 ປີ​ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ​ຫວຽດ​ນາມ-ອາ​ເມ​ລິ​ກາ ( 1995-2015 ) ທ່ານ​ນາງ Rena Bitter, ຫົວ​ໜ້າ​ກົງ​ສູນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ປະ​ຈຳ​ນະ​ຄອນ​ໂຮ່​ຈີ່​ມິນ ຖື​ວ່າ ​ພາຍຫຼັງ 20 ປີ​ ແຫ່ງ​ການ​ສ້າງ​ຕັ້ງການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ອາ​ເມ​ລິ​ກາ-ຫວຽດ​ນາມ ​ໄດ້ພັດ​ທະ​ນາ​ດີ​ງາມ ແລະ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ກວ້າງ ແລະ ລວງ​ເລິກ​ຢ່າງບໍ່​ຢຸດຢັ້ງ. ອາ​ເມ​ລິ​ກາ​ມີ​ຄວາມ​ປະ​ທັບ​ໃຈ, ເອົາ​ໃຈ​ໃສ່ເຖິງ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ເປັນ​ເພື່ອນ​ມິດ​,  ເປັນຄູ່​ຮ່ວມ​ມື​ກັບ​ຫວຽດ​ນາມ. ທ່ານ​ນາງ Rena Bitter ປາ​ຖະ​ໜາ​ວ່າ: ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ຈະ​ເຮັດ​ໄດ້​ຫຼາຍ​ວຽກ​ງານ​ດີ​ງາມກວ່າ​ອີກ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ​ໃນ​ໄລ​ຍະ​ທີ່ຈະ​ມາ​ເຖິງ.  ​​ສ່ວນທ່ານ​ປະ​ທານ​ຄ​ະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ກຽນ​ຢາງ ເລ​ວັນ​ທີ ເຊື່​ອ​ໝັ້ນ​ວ່າ : ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ອາ​ເມ​ລິ​ກາ​ເວົ້າ​ລວມ ແລະ ລະ​ຫວ່າງ​ແຂວງ​ກຽນ​ຢາງ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ລັດ​ຂອງ​ອາ​ເມ​ລິ​ກາ​ ຈະ​ສືບ​ຕໍ່​ພັດ​ທະ​ນາ​ເຂັ້ມ​ແຂງກວ່າ​ອີກ​ໃນ​ທຸກ​ຂົງ​ເຂດ.

 

ຂ່າວ/ບົດ​ອື່ນ