ສະເຫຼີມສະຫຼອງ 30 ປີ ແຫ່ງວັນຮ່ວມມືດ້ານຍຸຕິທຳຫວຽດນາມ - ລາວ

ສະເຫຼີມສະຫຼອງ 30 ປີ ແຫ່ງວັນຮ່ວມມືດ້ານຍຸຕິທຳຫວຽດນາມ - ລາວ - ảnh 1
ພິທີ່ລົງນາມໃນການຮ່ວມ​ມື​ດ້ານຍຸຕິ​ທຳ​ຫວຽດນາມ - ລາວ
(ພາບ: baoquangbinh.vn)


(vovworld) -  ຕອນ​ບ່າຍ​ວັນ​ທີ 7/9, ຢູ່​ແຂວງ​ກວາງ​ບິ່ງ, ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 30 ປີ ​ແຫ່ງ​ວັນ​ຮ່ວມ​ມື​ດ້ານຍຸຕິ​ທຳ​ຫວຽດນາມ - ລາວ. ນະ​ພິທີ, ທ່ານ Ha Hung Cuong, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຫວຽດນາມ, ​ເນັ້ນ​ໜັກ​ວ່າ ພ້ອມ​ກັບ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ຂະ​ແໜງ​ຍຸຕິ​ທຳ​ສອງ​ປະ​ເທດ ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ນຳ​ກັນ​ມາ​ແຕ່​ດົນ​ນານ ​ເພື່ອ​ແນ​ໃສ່​ແບ່ງປັນ​ບົດຮຽນ​ໃນ​ການ​ສ້າງ​ອົງການ​ຈັດ​ຕັ້ງ​ກົງຈັກ​ລັດ, ສ້າງ​ລະບົບ​ກົດໝາຍ ກໍ່​ຄື​ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ຍຸຕິ​ທຳ. ການ​ພົວພັນ​ຮ່ວມ​ມື​ນີ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ​ໄດ້​ຮັບ​ຜົນງານ​ທີ່​ດີງາມ​ຫຼາຍ​ຢ່າງ, ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດ. ທ່ານ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຫວຽດນາມ Ha Hung Cuong, ​ເນັ້ນ​ໜັກ​ວ່າ:

”ພ້ອມ​ກັບ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ບັນດາ​ຂົງ​ເຂດ​ການ​ທະຫານ, ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ​ເຕັກນິກ… ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ກົດໝາຍ ​ແລະ ຍຸຕິ​ທຳ​ເວົ້າ​ລວມ ​ແລະ ລະຫວ່າງ​ສອງ​ປະ​ເທດຫວຽດນາມ - ລາວ ​ເວົ້າ​ສະ​ເພາະ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ​ເພີ່ມ​ທະວີຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ບັນລຸ​ໄດ້ຜົນງານ​ທີ່​ໜ້າ​ຊື່ນ​ຊົມ​ຫຼາຍ​ຢ່າງ”
​ແລະ​ກໍ່​ຢູ່​ພິທີ​ດັ່ງກ່າວ​ຂະ​ແໜງ​ຍຸຕິ​ທຳ​ສອງ​ປະ​ເທດ​ໄດ້​ລົງນາມ​ໃນ​ສັນຍາ​ຮ່ວມ​ມືນຳ​ກັນ 5 ສະບັບ.

ຂ່າວ/ບົດ​ອື່ນ