ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນທ່ານ Fidel Castro ຜູ້ນຳກູບາມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ
(ພາບ:nhandan.com.vn)
|
(Vovworld-) ຕອນຄ່ຳວັນທີ 19/9, ຢູ່ນະຄອນ ດົງຮ່າ, ຄະນະກຳມະການປະຊາຊົນແຂວງກວາງຈິ, ກະຊວງການຕ່າງປະເທດ, ສະຫະພັນບັນດາອົງການ ມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ-ກູບາ ແລະ ສະຖານທູດກູບາປະຈຳຫວຽດນາມ ໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນທ່ານ Fidel Castro ຜູ້ນຳກູບາມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ 15/9/1973 – 15/9/2013. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ທ່ານປະທານ Fidel Castro ແມ່ນເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ເປັນປະມຸກລັດຊາວຕ່່າງປະເທດຄົນທຳອິດໄດ້ມາຢ້ຽມຢາມເຂດສະໜາມຮົບທີ່ຫາກໍໄດ້ຮັບການປົດປ່ອຍ. ນີ້ເປັນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງທີ່ມີຕໍ່ຫວຽດນາມໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ:
“ ພວກເຮົາໄດ້ທົບທວນຄືນມູນເຊື້ອປະຫວັດສາດໃນວັນນີ້ ເພື່ອຢືນຢັນ ນະໂຍບາຍຢ່່າງສະເໝີຕົ້ນ ສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ຖືເປັນສຳຄັນການພົວພັນກັບກູບາກໍຄືບັນດາປະເທດເພື່ອນມິດທີ່ມີການພົວພັນມາແຕ່ດົນນານ, ຖືນັ້ນແມ່ນພາກສ່ວນສຳຄັນໃນແນວທາງການຕ່າງປະເທດເປີດກ້ວາງ, ຕັ້ງໜ້າເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນໃນປະຈຸບັນ. ຫວຽດນາມປັບປຸງການພົວພັນທາງດ້ານການເມືອງທີ່ດີງາມຢ່າງບໍ່ຢຸດຢັ້ງ, ພ້ອມທັງຊຸກຍູ້ການພັດທະນາເຂົ້າສູ່ລວງເລິກ, ແທ້ຈິງ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ແກ່ພາລະກິດພັດທະນາຂອງແຕ່ລະປະເທດ ” .