ສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ Ekaterinburg, ສະຫະພັນລັດເຊຍ

(VOVWORLD) -ວັນທີ 27 ເມສາ, ເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2019)

ສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ Ekaterinburg, ສະຫະພັນລັດເຊຍ - ảnh 1 ຜູ້ແທນພິທີສະເຫຼີມສະຫຼອງ

(ພາບ: nhandan.com.vn)

ສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ Ekaterinburg, ພ້ອມກັບສະມາຄົມນັກຮົບເກົ່າຫວຽດນາມ ຢູ່ແຂວງ Sverlovsk, ສະຫະພັນລັດເຊຍ, ໄດ້ຈັດພິທີສະເຫຼີມສະຫຼອງເຫດການນີ້ຢ່າງສົມກຽດ. ຢູ່ທີ່ນີ້, ທ່ານນາງ ໂງເຟືອງງີ້, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ Ekaterinburg ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງວັນທີ 30 ເມສາ 1975, ຈົດຈຳບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ໃນນັ້ນມີການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງບັນດາອ້າຍນ້ອງ, ເພື່ອນມິດສະຫາຍໂຊວຽດ ໃນເມື່ອກ່ອນ, ປະຈຸບັນແມ່ນສະຫະພັນລັດເຊຍ. ເນື່ອງໃນໂອກາດນີ້, ທ່ານນາງ ໂງເຟືອງງີ້ ໄດ້ມອບຫຼຽນໄຊປະຕິບັດສຳເລັດໜ້າທີ່ສາກົນ ໃຫ້ນັກຮົບເກົ່າລັດເຊຍ 5 ຄົນທີ່ເຄີຍເຂົ້າຮ່ວມການປະຕິບັດງານ, ຕໍ່ສູ້ຢູ່ຫວຽນາມ. ສະມາຄົມນັກຮົບເກົ່າລັດເຊຍ ກໍ່ໄດ້ມອບຫຼຽນໄຊໃຫ້ອະດີດທະຫານຫວຽດນາມ 4 ຄົນ ທີ່ເຄີຍປະຕິບັດງານໃນກຳລັງປ້ອງກັນອາກາດ, ເຫຼົ່າທັບອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ