ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ມາເລເຊຍ

(VOVWORLD) - ການພົວພັນລະຫວ່າງມາເລເຊຍ ແລະ ຫວຽດນາມໄດ້ນຳມາເຊິ່ງຜົນປະໂຫຍດບໍ່ພຽງແຕ່ໃຫ້ແກ່ສອງປະເທດເທົ່ານັ້ນ ຫາກນັບທັງນຳຜົນປະໂຫຍດມາໃຫ້ອາຊຽນອີກດ້ວຍ
ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ມາເລເຊຍ - ảnh 1ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາເລເຊຍ Shahidan Bin Kassim  ແລະ ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳມາເລເຊຍ ເລກຸຍກິງ (ພາບ: Vietnam+)

ຕອນຄ່ຳວັນທີ 26 ມີນາ, ຢູ່ນະຄອນຫຼວງ ກົວລາລຳເບີ ມາໄລເຊຍ ໄດ້ດຳເນີນພິທີສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ມາເລເຊຍ (ວັນທີ 30/03/1973 – 30/03/2018). ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳມາໄລເຊຍ ເລກຸຍກິງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນອັນໃຫຍ່ຫຼວງ ຊຶ່ງສອງປະເທດບັນລຸໄດ້ໃນຕະຫຼອດ 45 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ. ບັນດາໝາກຜົນນັ້ນໄດ້ສະແດງໃຫ້ເຫັນໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ -ປ້ອງກັນຄວາມສະຫງົບ, ເສດຖະກິດ ຕະຫຼອດຮອດການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາເລເຊຍ Shahidan Bin Kassim, ທ່ານຮອງເລຂາທິການໃຫຍ່ ກະຊວງການຕ່າງປະເທດ ມາເລເຊຍ Nushirwan Zainal Abidin ຖືວ່າ ການພົວພັນລະຫວ່າງມາເລເຊຍ ແລະ ຫວຽດນາມໄດ້ນຳມາເຊິ່ງຜົນປະໂຫຍດບໍ່ພຽງແຕ່ໃຫ້ແກ່ສອງປະເທດເທົ່ານັ້ນ ຫາກນັບທັງນຳຜົນປະໂຫຍດມາໃຫ້ອາຊຽນອີກດ້ວຍ. ປັດຈຸບັນ, ສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການຮ່ວມມືຮອບດ້ານ. ຕາງໜ້າຝ່າຍ ມາເລເຊຍ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ການພົວພັນລະຫວ່າງສອງຝ່າຍຈະສືບຕໍ່ພັດທະນາດີຂຶ້ນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ ແລະ ປະກອບສ່ວນເຂົ້າໃນວຽກງານການປັບປຸງສັນຕິພາບ, ສະຖຽນນະພາບ ແລະ ວັດທະນາຖາວອນຢູ່ພາກພື້ນກໍຄືໃນທົ່ວໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ