(ພາບ:baobacgiang.com.vn)
(vovworld)- ຕອນຄ່ຳວັນທີ 1/6, ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງເມືອງແອງເຊີນ ແຂວງເງະອານ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ເຂົ້າຮ່ວມ ແລະ ປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງແອງເຊີນ. ເມືອງແອງເຊີນ ແມ່ນເມືອງພູດອຍທາງທິດຕາເວັນຕົກຂອງແຂວງເງະອານ ຊື່ງມີເສັ້ນຊາຍແດນຕິດກັບລາວທີ່ມີລວງຍາວ 7,2 ກມ. ໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ, ປະຊາຊົນເມືອງແອງເຊີນ ໄດ້ມີການປະກອບສ່ວນສຳຄັນ ຫຼາຍຢ່າງເຂົ້າໃນໄຊຊະນະລວມຂອງຊາດ. ຜ່ານ 50 ປີແຫ່ງການສ້າງສາ ແລະ ພັດທະນາ, ເມືອງແອງເງີນ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ລະດັບການເຕີບໂຕເສດຖະກິດໃນຊຸມປີມໍ່ໆມານີ້ຍາມໃດກໍ່ຢູ່ໃນລະດັບ 11,5%, ປີ 2012 ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 17,27 ລ້ານດົ່ງ/ຄົນ.
ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດາວິລະຊົນ ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວ ຊື່ງແມ່ນສຸສານຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ກ່ວາ 11.000 ຄົນໄດ້ທຳການຕໍ່ສູ້, ປະຕິບັດງານ ແລະ ເສຍສະຫຼະຊີວິດຢູ່ປະເທດລາວ.