ສະເຫຼີມສະຫຼອງ 50 ປີ ແຫ່ງວັນຊາດ Malta


ສະເຫຼີມສະຫຼອງ 50 ປີ ແຫ່ງວັນຊາດ Malta  - ảnh 1

(ພາບ: VOV )

(vovworld) ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງວັນ​ຊາດ​​ສາທາລະນະ​ລັດ Malta  ​ແລະ ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ ຫວຽດນາມ-Malta, ​​ເຊິ່ງໄດ້​ດໍາ​ເນີນ​ໃນ​ຕອນ​ຄໍ່າ​ວັນ​ທີ 21/9 ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ຮວື່​ງຈູງ​ນາມ, ຫົວໜ້າກົງ​ສູນ​ກິ​ຕິ​ມະ​ສັກ​ແຫ່ງ​ສາທາລະນະລັດ Malta ປະ​ຈໍານະຄອນ​, ປາດ​ຖະໜາ​ວ່າ: ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຈະ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງໃໝ່, ດ້ວຍ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ເງິນ ​ແລະ ການທ່ອງທ່ຽວ. ມຸ່ງ​ໄປ​ເຖິງຈຸດໝາຍ​ນີ້, ​ໃນ 2 ປີ ຜ່ານ​ມາ​ໄດ້​ມີ​​ການ​ພົບ​ປະລະ​ຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດຫຼາຍ​ຄັ້ງ, ພິ​ເສດ​ໃນ​ເດືອນ 11 ຈະ​ມາ​ເຖິງ, ເປັນ​ຄັ້ງ​ທໍາ​ອິດ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງ​ລັດຖະບານ ​ຫວຽດນາມ ຈະ​ໄປ​​ຢ້ຽມຢາມ, ປຶກສາ​ຫາລືຢ່າງ​ລະອຽດ​ກັບ​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ Malta. ກ່າວ​ຄໍາ​ເຫັນ​ທີ່​ພິທີ, ທ່ານ​ເລ​ແມ້ງ​ຮ່າ, ຮອງ​ປະທານ​ຄະນະ​ກໍາມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນຢືນຢັນ​ວ່າ: ນະຄອນ​ໂຮ່ຈິ​ມິນ​ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ ​ແລະ ກຽມພ້ອມ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ Malta ທີ່ມາ​ລົງທຶນ ​ແລະ ຮ່ວມ​ມື​ດໍາ​ເນີນ​ທຸລະ​ກິດ​ຢູ່​ທ້ອງຖິ່​ນ.

    Malta ມີ​ທີ່​ຕັ້ງ​ພູມ​ສາດ​ສະດວກ, ​ເປັນ​ປະຕູ​ເຂົ້າ​ເອີຣົບ ​ແລະ ອາ​ຟຣິກກາ, ​ໃນ​ຂະນະນັ້ນ, ຫວຽດນາມ ​ກໍ່​ແມ່ນ​ປະຕູ​​ສະດວກເພື່ອ​ເຂົ້າ​ຕະຫຼາດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາຊີ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບັນດາ​ທ່າ​ໄດ້​ປຽບ​​ກ່ຽວ​ກັບພູມ​ສາດ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ 2 ຝ່າຍ, ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ, ​ໃນ​ນັ້ນ​ມີ​ນະຄອນ​ໂຮ່ຈິ​ມິນ ​ແລະ Malta ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່.

ຂ່າວ/ບົດ​ອື່ນ