ສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈີມິນກັບຄືນຢ້ຽມຢາມບ້ານເກີດຄັ້ງທຳອິດ

(VOVWORLD) - ຕອນຄ່ຳວັນທີ 14 ມິຖຸນາ ຢູ່ນະຄອນ ວິງ ແຂວງ ເງະອານ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ກັບຄືນຢ້ຽມຢາມບ້ານເກີດຄັ້ງທຳອິດ (14/06/1957 – 14/06/2017)
ສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈີມິນກັບຄືນຢ້ຽມຢາມບ້ານເກີດຄັ້ງທຳອິດ - ảnh 1 ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ກັບຄືນຢ້ຽມຢາມບ້ານເກີດຄັ້ງທຳອິດ (14/06/1957 – 14/06/2017)

ທີ່ພິທີ, ທ່ານ ຫງວຽນດັກວິງ ເລຂາຄະນະພັກແຂວງ ເງະອານ ເນັ້ນໜັກວ່າ ໃນຕະຫລອດຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງເພີ່ນ, ປະທານໂຮ່ຈີມິນ ຍາມໃດກໍ່ສະຫງວນໃຫ້ບ້ານເກີດເມືອງນອນອາລົມຈິດສັກກະລະບູຊາ ແລະ ເລິກເຊິ່ງເຖິງຖອງໃນວິວັດການອອກເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ ປະທານ ໂຮ່ຈີມິນ ຍາມໃດກໍ່ຄິດຮອດຄິດເຖິງບ້ານເກີດເມືອງນອນ.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ເຊື່ອໝັ້ນວ່າ ດ້ວຍປະຫວັດສາດ, ມູນເຊື້ອພິລະອາດຫານຂອງຕົນ, ແຂວງ ເງະອານ ເປັນແຂວງແບບຢ່າງໃນການປະຕິບັດມະຕິສູນກາງ 4 ຊຸດທີ 11, 12 ກ່ຽວກັບການກໍ່ສ້າງ, ປັບປຸງພັກ ຕິດພັນກັບການປະຕິບັດຄຳສັ່ງ 05 ຂອງກົມການເມືອງຊຸດທີ 12 ກ່ຽວກັບເລື່ອງຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ຢ່າງມີປະສິດທິຜົນ. ພ້ອມທັງ ເສີມຂະຫຍາຍຈິດໃຈຕັ້ງໜ້າ, ເປັນເຈົ້າການ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ, ທ່າແຮງ, ແຫຼ່ງກຳລັງພາຍໃນ ແລະ ຍາດແຍ່ງກຳລັງຈາກພາຍນອກ ເພື່ອປະກອບສ່ວນປະຕິບັດບັນດາເປົ້າໝາຍ, ໜ້າທີ່ໄດ້ວາງອອກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ