ສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໂປໂລຍ
(ພາບປະກອບ)
(vovworld) - ວັນທີ 15/5, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ - ໂປໂລຍ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໂປໂລຍ (1950-2015) ແລະ 224 ປີ ແຫ່ງວັນລັດຖະທຳມະນູນ - ວັນຊາດ ສ ໂປໂລຍ (1791-2015). ກ່າວຄວາມເຫັນທີ່ພິທີ, ທ່ານ ຫງວຽນວູ້ຕູ໋, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ, ໃນຕະຫຼອດ 65 ປີຜ່ານມາ, ຫວຽດນາມ ແລະ ໂປໂລຍ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມໃນຫຼາຍຂົງເຂດ. ປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບນັບຖືຄວາມສາມັກຄີ, ສະໜິດຕິພັນ, ແລະ ການຊ່ວຍເຫຼືອຢ່າງຈິງໃຈຂອງປະຊາຊົນ ໂປໂລຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ໃນພາລະກິດສ້າງສາປະເທດຊາດຫວຽດນາມ ໃນປະຈຸບັນ. ປະຊາຊົນນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ປະຊາຊົນທົ່ວປະເທດເວົ້າລວມ ຈະສືບຕໍ່ມານະພະຍາຍາມກວ່າອີກ ເພື່ອນຳການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນຫວຽດນາມ - ໂປໂລຍ ໃຫ້ນັບມື້ນັບໝັ້ນຄົງກວ່າອີກ.