ສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງ ສປຊ

ສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງ ສປຊ - ảnh 1

ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ

ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ

(ພາບ: AFP/TTXVN )

(vovworld)-​​​​ ​ ​ ​ເນື່ອງ​ໃນ​ໂອກາດ​​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ສ້າງຕັ້ງ ສປຊ (24/10/1945-24/10/2013), ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ສົ່ງ​ສານ​ໄປ​ຍັງ 193 ປະ​ເທດ​ສະມາຊິກ ​ໂດຍ​ຢືນຢັນ​ວ່າ: ອົງການ​ຫຼາຍ​ຝ່າຍ​ໃຫ່ຍກ່ວາ​ໝູ່​ນີ້ ພວມ​ເປັນ​ເອກ​ພາບ​ກັນ​ໃນ​ແນວ​ໂຮມ​ລວມ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ສັນຕິພາບ,​ ສະກັດ​ກັ້ນບັນດາການປະ​ທະ​ກັນປະກອບ​ອາວຸດ, ​ເຄົາລົບ​ນັບຖື​ສິດທິ​ມະນຸດ, ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ອື່ນ​ກ່ຽວຂ້ອງ​ເຖິງ​ຊີວິດ​ຂອງ​ມວນ​ມະນຸດ. ​ໃນ​ສານດັ່ງກ່າວ, ທ່ານ​ບານ​ກີ​ມູນ ​ເນັ້ນໜັກ​ວ່າ: ສປຊ ພວມ​ສືບ​ຕໍ່​ບັນລຸ​ໄດ້​ໝາກຜົນ​ນັບ​ມື້​ນັບ​ໃຫ່ຍຫຼວງ​ກ່ວາ​ຍ້ອນ​ບັນດາ​ການ​ກະທຳ​ຂອງ​ລວມໝູ່ ​ແຕ່​ອົງການ​ນີ້​ຍັງ​ສາມາດ​ເຮັດ​ໄດ້​ຫຼາຍ​ກ່ວານັ້ນອີກ. ກ່ຽວ​ກັບ​ຈຸດໝາຍ​ພັດທະນາ, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ເນັ້ນໜັກ​​ເປັນພິ​ເສດ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຫລຸດ​ຜ່ອນ​ອັດຕາ​ສ່ວນ​ຄົນ​ທຸກ​ຍາກ​ຢູ່​ທຸກໆ​ປະ​ເທດ​ກໍ່​ຄື​​ໃນບັນດາ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ