ສະເຫຼີມສະຫຼອງ25ປີວັນຊາດສະຫະພາບລັດເຊຍ

ສະເຫຼີມສະຫຼອງ25ປີວັນຊາດສະຫະພາບລັດເຊຍ - ảnh 1
ຫົວໜ້າສະຖານກົງສູນໃຫຍ່ ສະຫະພາບລັດເຊຍ ປະຈຳນະຄອນໂຮ່ຈີມິນ Popov Aleksei
 ກ່າວສູນທອນພົດທີ່​ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​​ແຫ່ງວັນຊາດ​ສະຫະພາບ ລັດ​ເຊຍ
(ພາບ: Thanh Vu /TTXVN)

(vovworld) – ​​​ ຕອນ​ຄ່ຳ​ວັນ​ທີ 11/6, ສະ​ຖານ​ທູດສະຫະພາບ ລັດ​ເຊຍ ປະຈຳ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​​ແຫ່ງວັນຊາດ​ສະຫະພາບ ລັດ​ເຊຍ (12/6/1990-12/6/2015). ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງສະຫະພາບ ລັດ​ເຊຍ Konstantin Vasilievich Vnukov ​ໃຫ້​ຮູ້​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຂອງ​ປະ​ເທດ ລັດ​ເຊຍ ນັບ​ມື​ນັບ​ຫັນ​ໄປ​ສູ່​ພາກ​ພື້ນ​ອາຊີ - ປາຊີ​ຟີ​ກ. ການ​ພົວພັນ​ກັບ​ບັນດາ​ຄູ​ຮ່ວມ​ມື​ຕົ້ນຕໍ​ຂອງ​ປະ​ເທດ ລັດ​ເຊຍ ຢູ່​ພາກ​ພື້ນ​ນີ້ ມີ​ຄວາມ​ສຳຄັນ​​ພິ​ເສດ, ​ໃນ​ນັ້ນ ມີ​ຫວຽດນາມ. ປີ​ນີ້ ກໍ່​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ລັດ​ເຊຍ ຍາມ​ໃດ​ກໍ່​ພ້ອມ​ແລ້ວທີ່​ຈະຊ່ວຍ​ເຫຼືອ, ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ, ​ເພີ່ມ​ທະວີ​ການ​ພົວພັນທີ່​ເປັນ​ມູນ​ເຊື້ອ​, ນ້ຳ​ໃຈ​ມິດຕະພາບ​ ​ແລະ ການ​ຮ່ວມມື​ອັນ​ຍາວ​ນານ​ລະຫວ່າງ 2 ປະ​ເທດກວ່າ​ອີກ.

         ທ່ານ​ລັດຖະທົນ​ຕີ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ຮ່ວາງຕ໋ວນ​ແອ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ຍາ​ມ​ໃດ​ກໍ​ນັບຖື​ຢ່າງ​ສູງ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້​ອ ກັບ ສະຫະພາບ​ລັດ​ເຊຍ, ມານະ​ພະຍາຍາ​ມປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຄູ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສະຫະ​ພາບ​ລັດ​ເຊຍ. ທ່ານ​ລັດຖະມົນ​ຕີ ​ກໍ່ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ຄູ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສະຫະພາບ​ລັດ​ເຊຍ ຈະ​ນັບ​ມື​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດ​ທະນາ​ຖາວອນ​ລວມ​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ.


ຂ່າວ/ບົດ​ອື່ນ