(vovworld) – ວັນທີ 30/11, ສະຫະສະມາຄົມບັນດາອົງການມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 41 ປີແຫ່ງວັນສະຖາປະນາ ປະເທດ ສປປ ລາວ (2/12/1975 – 2/12/2016), ສະແດງນ້ຳໃຈສາມັກຄີບໍລິສຸດຜຸດຜ່ອງ, ຕັ້ງໜ້າປະກອບສ່ວນເພີ່ມພຸນຄຸນສ້າງ ແລະ ພັດທະນາການພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ -ລາວ. ກ່າວຄຳເຫັນນະທີ່ນີ້, ທ່ານ ຮິ່ງແກ໋ງມ້າງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕີລາຄາສູງຄວາມໝາຍວັນຊາດ ສປປ ລາວ, ເປີດສັງກະລາດໃຫມ່ກໍ່ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ສ່ວນທ່ານ ສົມໄຊ ຊະນະມູນີ, ຫົວໜ້າສະຖານກົງສູນໃຫຍ່ ນະຄອນ ໂຮ່ຈີມິນ ໄດ້ຂອບອົກຂອບໃຈການຊ່ວຍເຫຼືອຂອງປະຊາຊົນ ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ ສຳລັບພາລະກິດປົກປັກຮັກສາ ແລະ ກໍ່ສ້າງ, ພັດທະນາປະເທດລາວ. ທ່ານ ສົມໄຊ ຊະນະມູນີ ເນັ້ນໜັກວ່າ ລາວ ໝັ້ນໝາຍຈະພ້ອມກັບເພື່ອນມິດ ຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນ, ຖືນີ້ແມ່ນໜ້າທີ່ເພື່ອປົກປັກຮັກສາ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດໃຫ້ນັບມື້ນັບມີປະສິດທິຜົນ.