ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ກຸຍບາແລະວັນຊາດສ.ກຸຍບາ
ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງການພົວພັນ
ທາງການທູດລະຫວ່າງຫວຽດນາມ-ກຸຍບາແລະວັນຊາດສ.ກຸຍບາ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 25/12, ຢູ່ນະຄອນເກີນເທີ, ສະຫະພັນບັນດາອົງການມິດຕະພາບນະຄອນເກີນເທີ, ສະມາຄົມມິດຕະພາບຫວຽດນາມ - ກຸຍບາ ນະຄອນເກີນເທີ ໄດ້ສົມທົບກັບສະຖານກົງສູນສ.ກຸຍບາຍ ປະຈຳນະຄອນໂຮ່ຈິມິນ ຈັດຕັ້ງພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ກຸຍບາ (02/12/1960 – 02/12/2015) ແລະ 57 ປີແຫ່ງວັນຊາດປະເທດສ.ກຸຍບາ (01/01/1959 – 01/01/2016). ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍແທ່ງທົ່ງ, ປະທານຄະນະກຳມະການປະຊາຊົນນະຄອນເກີນເທີ ໄດ້ຕີລາຄາສູງສາຍພົວພັນສະໜິດແໜ້ນ, ຊັດຊື່ບໍລິສຸດລະຫວ່າງຫວຽດນາມ - ກຸຍບາ. ປະຈຸບັນ, ຫວຽດນາມ ພວມແມ່ນຄູ່ຄ້າໃຫຍ່ອັນດັບ 2 ຂອງກຸຍບາ ຢູ່ອາຊີ, ດ້ວຍຍອດວົງເງິນແລກປ່ຽນການຄ້າລະຫວ່າງ 2 ປະເທດໃນປີ 2014 ບັນລຸກວ່າ 205 ລ້ານ USD.