ສະເຫີຼິມສະຫຼອງ66ປີແຫ່ງວັນສ້າງຕັ້ງປະເທດສາທາລະນະລັດປະຊາຊົນຈີນ

ສະເຫີຼິມສະຫຼອງ66ປີແຫ່ງວັນສ້າງຕັ້ງປະເທດສາທາລະນະລັດປະຊາຊົນຈີນ - ảnh 1
​ພິທີສະ​ເຫີຼມສະຫຼ​ອງ 66 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​
ປະ​ເທດ​ສາທາລະນະ​ລັດ​ປະຊາ​ຊົນ​ຈີ​ນ
(ພາບ: mod.gov.vn)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເຫີຼມສະຫຼ​ອງ 66 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ປະ​ເທດ​ສາທາລະນະ​ລັດ​ປະຊາ​ຊົນ​ຈີ​ນ (01/10/1949 – 01/10/2015), ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 29/09, ຢູ່​ຮ່າ​ໂນ້ຍ, ​ໂດຍ​ສະຖານທູດ​ຈີນ ປະຈຳ​ຫວຽດນາມ ຈັດ​ຕັ້ງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸ​ຍກວາງ​ວິ​ງ ​ໄດ້​ຊົມ​ເຊ​ີຍ​ບັນດາ​ຜົນງານ​ເຊິ່ງປະຊາຊົນ​ຈີນ ຍາດມາ​ໄດ້​ໃນ 66 ປີຜ່ານມາ ​ແລະ ຢືນຢັນ​ວ່າ, ຍາມ​ໃດ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກໍ​ຖື​ການ​ປັບ​ປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຫວຽດນາມ - ຈີນ ​ເປັນ​ສຳຄັນ; ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຈີນ​ ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມືຢ່າງ​ສະ​ເໜີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ, ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ​ຫວຽດນາມ ​​ໂຄງ​ແຊວ​ຢຸງ ຢືນຢັນ​ວ່າ, ຈີນ ປາດ​ຖະນາ​ຢາກ​ພ້ອມ​ກັບ​ຫວຽດນາມ ​ເຮັດ​ໃຫ້ການ​ພົວ​ພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ເລິກ​ເຊິ່ງກວ່າ, ​ເປີດ​ກວ້າງການ​ຮ່ວມ​ມື​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸ​ກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​​ໃຫ້​ບັນລຸ​ບັນດາ​ບາດກ້າວ​ໃໝ່.

ຂ່າວ/ບົດ​ອື່ນ