ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງລາວກາຍ

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງລາວກາຍ - ảnh 1
ທ່ານ​ນາງ ເຈ​ືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ສູນ​ກາງ ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: ຮົ່ງ​ນີງ//TTXVN)

(vovworld) - ​​​​​ ​​ຕອ​ນ​ເຊົ້າ​ວັນ​ທີ 3/3, ຢູ່​ແຂວງ​ລາວ​ກາຍ ໄດ້​ຈັດ​ຕັ້ງ​ງາ​ນ​ໂຮມ​ຊຸມ​ນຸມ​​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອົງ​ຄະ​ນະ​ພັກ​ແຂວງ​ລາວ​ກາຍ (5/3/1947 – 5/3/2017). ເຂົ້າ​ຮ່ວມ​ພິ​ທີ ມີ​ທ່ານ​ນາງ ເຈ​ືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ສູນ​ກາງ, ທ່ານ ໂດ໋​ບ໋າ​ຕິ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ພ້ອມ​ກັບ​ຜູ້​ຕາງ​ໜ້າ​​ຂອງຫຼາຍ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງ​ສູນ​ກາງ ແລະ ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ເຈືອງ​ທິ​ມາຍ ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດາ​ຜົນ​ງານ​ທ​ີ່​ທ້ອງ​ຖິ່ນ​ບັນ​ລຸ​ໄດ້​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ປັບ​ປຸງ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ. ທ່ານ​ນາງ ເຈືອງ​ທິ​ມາຍ ກໍ່​ໃສ່​ໃຈ​ວ່າ: ແຂວງ​ລາວ​ກາຍ ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ຜ່ານ​ຜ່າ​ຄວາມ​ຫຍຸ້​ງ​ຍາກ, ສິ່ງ​ທ້າ​ທາຍ, ເສີມ​ຂະ​ຫຍາຍ​ທຸກໆ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ປັບ​ປຸງ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ.


ຂ່າວ/ບົດ​ອື່ນ