ສະເຫຼີມສະຫຼອງ74ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນ,ອະນຸຊົນປະຈັນບານໂຮ່ຈີມິນ

ສະເຫຼີມສະຫຼອງ74ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນ,ອະນຸຊົນປະຈັນບານໂຮ່ຈີມິນ - ảnh 1
ພາບ​ປະ​ກອບ

(vovworld) - ​ ​​​​ຕອນ​ເຊົ້າ​ວັນ​ທີ 12/5, ຢູ່ ຮ່າ​ໂນ້ຍ, ສະ​ພາ​ກອງ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ປະ​ຈັນ​ບານ ໂຮ່​ຈີ​ມິນ (15/5/1941 – 15/5/2015). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ອ້າຍ ຫງວ​ຽນ​ລອງ​ຫາຍ, ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ, ປະ​ທານ​ສະ​ພາ​ກອງ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ສູນ​ກາງ ໃຫ້​ຮູ້​ວ່າ: ໃນ​ຊຸມ​ວັນ​ທຳ​ອິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມີ​ສະ​ມາ​ຊິກ​ພຽງ 5 ຄົນ, ມາ​ຮອດ​ປະ​ຈຸ​ບັນກອງ​ເຍົາວະ​ຊົນ, ອະ​ນຸ​ຊົນ​ລວມໄດ້​ມີສະ​ມາ​ຊິກ 12 ລ້ານ​ຄົນ ພວມ​ດຳ​ເນີນ​ຊີ​ວິດ​ໃນ 26.000 ກອງ​ໃນ​ທົ່ວ​ປະ​ເທດ​ແຕ່​ເໜືອ​ຮອດ​ໃຕ້. ອ້າຍ ຫງວຽນ​ລອງ​ຫາຍ ຢັ້ງ​ຢືນ​ວ່າ: ການປ່ຽນ​ໃໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ບັນ​ດາ​ຂະ​ບວນ​ການ, ວຽກ​ງານ​ຂອງກອງ​ເຍົາ​ວະ​ຊົນ​, ອະ​ນຸ​ຊົນ​ໃນ​ໄລ​ຍະ​ຜ່ານ​ມາ​ພວມ​ຄ່ອຍໆ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ທັງ​ດ້ານ​ເນື້ອ​ໃນ ແລະ ຮູບ​ແບບ, ສ້າງ​ການ​ແຜ່​ຂະ​ຫຍາຍ​ຢ່າງ​ແຮງ, ດຶງ​ດູດ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼາຍ. ເນື່ອງ​ໃນ​ໂອ​ກາດນີ້, ສະ​ມາ​ຊິກ​, ຜູ້​ບັນ​ຊາ​ ກອງ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ທີ່​ດີ​ເດັ່ນໃນ​ວຽກ​ງານ​ຂອງກອງ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ ກໍ່​ຄື​ໃນ​ການ​ຮ່ຳ​ຮຽນ 10 ຄົນ ໄດ້ຮັບ ລາງວັນ ກິມ​ດົ່ງ ຈາກ​ສະ​ພາ​ກອງ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ສູນ​ກາງ.


ຂ່າວ/ບົດ​ອື່ນ