ງານວາງສະແດງຮູບພາບດ້ວຍຫົວຂໍ້ “ນ້ຳໃຈວັນ ນາມກີ
ລຸກຮຶ້ຂຶ້ນອະມະຕະ” (ພາບ: sggp.org.vn)
(vovworld) – ສະເຫຼີມສະຫຼອງ 75 ປີແຫ່ງວັນນາມກີ (ພາກໃຕ້) ລຸກຮຶ້ຂຶ້ນ (23/11/1940 – 23/11/2015), ຕອນເຊົ້າວັນທີ 19/11, ງານວາງສະແດງຮູບພາບດ້ວຍຫົວຂໍ້ “ນ້ຳໃຈວັນ ນາມກີລຸກຮຶ້ຂຶ້ນອະມະຕະ” ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ, ງານວາງສະແດງແນະນຳໂດຍສັງເຂບບັນຍາກາດອັນພິລະອົງອາດຂອງປະຊາຊົນ ແລະ ອົງຄະນະພັກ ນາມກີ ໃນພາລະກິດຕໍ່ສູ້ປະຕິວັດປົດປ່ອຍຊາດ ແລະ ສ້າງສາ, ພັດທະນານະຄອນໃຫ້ຮັ່ງມີສວຍງາມ ແລະ ສີວິໄລ. ປ້າ ຮ່ວາງທິທູລວານ ຊາວນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າ ສະເທືອນໃຈທີ່ສຸດຕໍ່ຄວາມອົງອາດກ້າຫານຂອງຊາວ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດໃຫ້ທຸກວັນນີ້. ບັນດາງານວາງສະແດງຄືແນວນີ້ ແມ່ນຈຳເປັນທີ່ສຸດ ໃນຊີວິດການເປັນຢູ່ຂອງປະຊາຊົນ ເພື່ອໃຫ້ພວກເຮົາຍາມໃດກໍຈົດຈຳເຖິງການເສຍສະຫລະຊີວິດຂອງລຸ່ນກ່ອນ ແນໃສ່ນຳສັນຕິພາບມາໃຫ້ພວກເຮົາໃນທຸກວັນນີ້”.
ງານວາງສະແດງ “ນ້ຳໃຈວັນ ນາມກີ ລຸກຮຶ້ຂຶ້ນອະມະຕະ” ດຳເນີນຮອດວັນທີ 27/11 ຈຶ່ງຈະອັດລົງ.