ຮອງນາຍົກລັດຖະມົນຕີ ຫວູດຶກດາມເຂົ້າຮ່ວມພິທີ
(vovworld) – ຕອນເຊົ້າວັນທີ 6/6, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຜູ້ອາຍຸສູງ ຫວຽດນາມ (6/6/1941 – 6/6/2016). ກ່າວຄຳເຫັນທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຖືວ່າ: ດ້ວຍການເຄື່ອນໄຫວ, ຂະບວນການແທດຈິງຕ່າງໆ, ຜູ້ອາຍຸສູງສືບຕໍ່ຮັກສາບົດບາດສຳຄັນໃນພາລະກິດພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາເອກະລາດອະທິປະໄຕຂອງປະເທດຊາດ ແລະ ກໍ່ສ້າງປະເທດໃຫ້ນັບມື້ນັບຮັ່ງມີ, ສວຍງາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເໜີວ່າ: ໃນໄລຍະຈະມາເຖິງ, ສະມາຄົມຕ້ອງຂະຫຍາຍບັນດາຮູບແບບ, ຂະບວນການບັນລຸປະສິດທິຜົນສູງ ແລະ ປະຕິບັດວຽກງານເຕົ້ນໂຮມສະມາຊິກເພື່ອເສີມຂະຫຍາຍບັນດາບົດບາດຂອງຜູ້ອາຍຸສູງກ່ວາອີກ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງສັງຄົມ:
“ຄວາມຈິງທີ່ເປັນໜ້າຊື່ນຊົມ ແລະ ໜ້ານຶກຄິດນັ້ນແມ່ນປະຈຸບັນ ບັນດາອົງການ, ອົງການຈັດຕັ້ງມະຫາຊົນຢູ່ຂັ້ນຮາກຖານມີຜູ້ອາຍຸສູງ 70% ເຂົ້າຮ່ວມ. ນະໂຍບາຍແມ່ນມີຢູ່ແລ້ວ ແຕ່ຕ້ອງເຮັດແນວໃດເພື່ອເສີມຂະຫຍາຍກຳລັງນີ້ໃຫ້ດີກ່ວາ. ຍ້ອນວ່າບັນດາຜູ້ອາຍຸສູງໄດ້ເຂົ້າຮ່ວມວຽກງານຂັ້ນຮາກຖານແລ້ວລ້ວນແຕ່ແມ່ນຜູ້ທີ່ມີວິວັດການປະຕິບັດງານ, ມີບົດຮຽນ ແລະ ມີອິດທິພົນຊື່ສຽງໃນສັງຄົມ.”