ສະເຫຼີມສະຫຼອງ97ປີແຫ່ງວັນຊາດຣູມານີແລະ65ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຣູມານີ

ສະເຫຼີມສະຫຼອງ97ປີແຫ່ງວັນຊາດຣູມານີແລະ65ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຣູມານີ - ảnh 1
(​ທ່ານ Valeriu Arteni, ຜູ້ຕາງໜ້າ
ສະຖານທູດ ​ ຣູມາ​ນີ ປະຈຳ ຫວຽດນາມ)

(vovworld) – ​ ​ ວັນ​ທີ 29/11 ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູມາ​ນີ ສົມ​ທົບກັບ ສະຖານ​ມູດ ​ ຣູມາ​ນີ ປະຈຳ ຫວຽດນາມ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 97 ປີ​ແຫ່ງ​ວັນຊາດ ​ ຣູມາ​ນີ (1/12/1918 – 1/12/2015) ​ແລະ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽ​ດນາມ - ​ ຣູມາ​ນີ (1950 - 2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຕົ໋ງວັນ​ງາ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູມາ​ນີ ​ເຊື່ອ​ໝັ້ນ​ວ່າ: ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ ຫວຽດນາມ ​ແລະ ປະຊາຊົນ ຣູມາ​ນີ ຈະນັບ​ມື້​ນັບ​ພັດທະນາ​ອັນ​ດີງາມ. ສະມາຄົມ​ມິດຕະພາບ ຫວຽດນາມ - ​ ຣູມາ​ນີ ຈະ​ສືບ​ຕໍ່​ເປັນ​ຂົວ​ຕໍ່ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ​ ຣູມາ​ນີ ​ໃຫ້ນັບ​ມື້​ນັບ​ພັດທະນາ.

        ສ່ວນ​ທ່ານ Valeriu Arteni, ຜູ້ຕາງໜ້າ​ສະຖານທູດ ​ ຣູມາ​ນີ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ເປັນ​ແຖວ​ໜ້າ​ຂອງ ​ ຣູມາ​ນີ ​ໃນ ອາ​ຊຽນ. ທ່ານ Valeriu Arteni ຊົ​ມ​ເຊີຍສະມາຄົມ​ມິດຕະພາບ ຫວຽດນາມ - ​ ຣູມາ​ນີ ນັບ​ມື້​ນັບ​ຂະຫຍາຍຕົວ, ຍາມ​ໃດ​ກໍ​ສົມ​ເປັນ​ຂົວ​ຕໍ່​​ແຫ່ງນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ​ ຣູມາ​ນີ.

ຂ່າວ/ບົດ​ອື່ນ