ສະເໜີຕົວສູນຄົ້ນຄວ້າ ອາຊຽນ ຢູ່ ອິນເດຍ
(ພາບ:ສະຖານທູດ)
(vovworld)- ວັນທີ 8/8, ຜູ້ຕາງໜ້າ ກະຊວງການຕ່າງປະເທດອິນເດຍ, ອຳນາດການປົກຄອງລັດ Meghalaya ຢູ່ເຂດຕາເວັນອອກສ່ຽງເໜືອ ຂອງປະເທດອິດເດຍ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດ ທີ່ຂື້ນກັບ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຢູ່ New Delhi ໄດ້ເຂົ້າຮ່ວມພິທີເປີດສະຫຼອງ ສູນຄົ້ນຄວ້າອາຊຽນ ຢູ່ມາຫາວິທະຍາໄລພາກຕາເວັນອອກສ່ຽງເໜືອ, ຂື້ນກັບ ລັດ Meghalaya . ຂໍ້ລິເລີ່ມສ້າງຕັ້ງ ສູນຄົ້ນຄວ້າອາຊຽນ ໂດຍ ທ່ານ ນາຍົກລັດຖະມົນຕີອິນເດຍ Narendra Modi ຍົກອອກມາເປັນຄັ້ງທຳອິດ ໃນບົດກ່າວຄຳປາໃສ ຢູ່ກອງປະຊຸມຂັ້ນສູງອາຊຽນ-ອິນເດຍ ຄັ້ງທີ 13 ຢູ່ Kuala Lumpur (ມາເລເຊຍ) ໃນເດືອນ 11/2015.
ກ່າວຄວາມເຫັນທີ່ພິທີເປີດສະຫຼອງ, ທ່ານ ໂຕນຊິງແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ໄດ້ຕີລາຄາສູງການສ້າງຕັ້ງ ຂອງສູນຄົ້ນຄວ້າອາຊຽນ ຢູ່ເຂດທີ່ມີຈຸດຄ້າຍຄືກັນຫຼາຍຢ່າງ ກັບຫຼາຍປະເທດອາຊຽນ ກ່ຽວກັບດ້ານປະຫວັດສາດ, ວັດທະນະທຳ, ດິນຟ້າອາກາດ… ດ້ວຍຖານະເປັນຜູ້ປະສານງານພົວພັນ ອາຊຽນ-ອິນເດຍ ແຕ່ປີ 2015-2018, ຫວຽດນາມ ເຊື່ອໝັ້ນວ່າ: ສູນຈະເພີ່ມທະວີຄວາມຮັບຮູ້ຂອງອິນເດຍ, ພິເສດແມ່ນ ເຂດຕາເວັນອອກສ່ຽງເໜືອ ສຳລັບອາຊຽນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນ ລະຫວ່າງ ເຂດນີ້ ກັບບັນດາປະເທດອາຊຽນ. ເນື່ອງໃນໂອກາດນີ້, ທ່ານ ໂຕນຊິງແທ່ງ ເອກອັກຄະລັດຖະທູດ ໄດ້ມອບ ສິ່ງພີມຈຳນວນໜຶ່ງທີ່ແນະນຳ ກ່ຽວກັບຫວຽດນາມ ໃຫ້ສູນ.