ຕອນບ່າຍວັນທີ 28/12, ຢູ່ ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ໂທລະຄົມ ຫວຽດນາມ ໄດ້ຈັດການປະຊຸມຂ່າວ ແນະນຳປື້ມທີ່ມີຫົວຂໍ້ວ່າ ”ຢູ່ກັບຄົນ, ກັບຊີວິດ” ເຊິ່ງຂຽນກ່ຽວກັບພົນເອກ ຫວໍງວຽນຢາບ. ປື້ມຫົວນີ້ລວມມີ 20 ບົດ ຂອງບັນດານາຍພົນ, ນັກຄົ້ນຄ້ວາປະຫວັດສາດ, ນັກປະພັນ, ນັກຂ່າວ, ນັກຄົ້ນຄ້ວາ… ທັງຢູ່ພາຍໃນ ແລະຕ່າງປະເທດ ທີ່ຂຽນກ່ຽວກັບຊີວິດປະຈຳວັນຂອງພົນເອກ ຫວໍງວຽນຢາບ. ນັ້ນແມ່ນຮູບພາບທ່ານພົນເອກ ຫວໍງວຽນຢາບ ຢູ່ໄກ້ສິດຕິດແທດກັບປະຊາຊົນ ແລະ ນັກຮົບ, ດຳລົງຊີວິດເຈືອຈານພ້ອມກັບ ປະຊາຊົນ ທຸກຊັ້ນວັນນະ ແລະ ໄກ້ສິດກັບທຳມະຊາດ. ທ່ານຮອງລັດຖະມົນຕີກະຊວງຖະ ແຫຼງຂ່າວ ແລະ ໂທລະຄົມ ຫວຽດນາມ ໂດກວີ໋ຢວານ, ໃຫ້ຮູ້ວ່າ:
”ເມື່ອເວົ້າເຖິງຫວຽດນາມ, ຜູ້ທີ່ໄດ້ຮັບເຕື້ອງເຖິງຫຼາຍສຸດ ຖັກຈາກປະທານ ໂຮ່ຈີມິນ ນັ້ນແມ່ນ ພົນເອກຫວໍງວຽນຢາບ. ພົນເອກຫວໍງວຽນຢາບໄດ້ຮັບຄວາມນິຍົມນັບຖືຈາກປະຊາຊົນຫວຽດນາມທຸກຊັ້ນວັນນະ ແລະ ເພື່ອນມິດສາກົນ. ພົນເອກຫວໍງວຽນຢາບ ແມ່ນຜູ້ທີ່ມີຄວາມເກັ່ງກ້າສາມາດທັງດ້ານວັດທະນະທຳ ແລະການທະຫານ. ເມື່ອຕໍ່ສູ້ຕ້ານສັດຕູ, ຍາມໃດເພິ່ນກໍ່ເລືອກເອົາວິທີການສູ້ຮົບທີ່ມີຄວາມລົ້ມຫາຍຕາຍຈາກໜ້ອຍທີ່ສຸດໃຫ້ແກ່ນັກຮົບ”.