ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ
ທ່ານດິງເທ້ຮີງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຖະຫວາຍດອກໄມ້ທູບທຽນບູຊາອາໄລຫາ ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ |
(vovworld)- ວັນທີ 28/4 , ທ່ານດິງເທ້ຮີງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມດ້ວຍຄະນະ ໄດ້ໄປຖະຫວາຍດອກໄມ້ທູບທຽນບູຊາອາໄລຫາ ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດສຸສານນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ທາງຫຼວງເລກ 9, ເຂດສຸສານນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ເຈືອງເຊີນ, ກຳແພງເກົ່າ ກວາງຈິ ແລະ ເຂດສຸສານນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດເມືອງ ຈ້ຽງຟອງ ແຂວງກວາງຈິ. ຢູ່ບັນດາເຂດສຸສານນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ທ່ານດິງເທ້ຮີງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມດ້ວຍຄະນະ ໄດ້ວາງພວງມາລາ, ຖະຫວາຍດອກໄມ້ທູບທຽນບູຊາອາໄລຫາ , ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດແຫ່ງຊາດ, ຄວາມຜາສຸກຂອງປະຊາຊົນ.