ສ້າງກອບກົດໝາຍກ່ຽວກັບການສຶກສາມະຫາວິທະຍາໄລໃຫ້ສົມບູນແບບ

(VOVWORLD) - ຕອນເຊົ້າວັນທີ 13 ມີນາ, ທີ່ວາລະປະຊຸມເທື່ອທີ 22 ຂອງຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ.
ສ້າງກອບກົດໝາຍກ່ຽວກັບການສຶກສາມະຫາວິທະຍາໄລໃຫ້ສົມບູນແບບ - ảnh 1 ວາລະປະຊຸມເທື່ອທີ 22 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ທ່ານນາງ ຕ່ອງທິຟ໋ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເປັນປະທານກອງປະຊຸມ.

        ຕາມໃບສະເໜີຂອງລັດຖະບານ, ປັບປຸງ 39/73 ມາດຕາຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລພວມນຳໃຊ້ ແລະ ເພີ່ມເຕີນ 2 ມາດຕາ. ຕາມນັ້ນແລ້ວ ມີ 15 ບັນຫາໃຫຍ່ຄວນໄດ້ຮັບການປັບປຸງ, ໃນນັ້ນ ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນບັນດາບັນຫາກ່ຽວກັບຮູບແບບ, ໂຄງປະກອບບັນດາຮາກຖານການສຶກສາມະຫາວິທະຍາໄລ…ທີ່ວາລະປຶກສາຫາລື, ສະມາຊິກສ່ວນຫລາຍເຫັນດີເປັນເອກະພາບຕໍ່ເລື່ອງຈຳເປັນ ຕ້ອງປັບປຸງເພີ່ມເຕີນບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ.

ຕອບກັບ

ຂ່າວ/ບົດ​ອື່ນ