ສ້າງກາລະໂອກາດຮ່ວມມືລົງທຶນໃນເຂດແລວເສດຖະກິດຕາເວັນອອກຕາເວັນຕົກ

ສ້າງກາລະໂອກາດຮ່ວມມືລົງທຶນໃນເຂດແລວເສດຖະກິດຕາເວັນອອກຕາເວັນຕົກ - ảnh 1
ທີ່ງານ​ຕະຫຼາດນັດ​ສາກົນ​
(ພາບ: TTXVN)


​​(vovworld) - ງານ​ຕະຫຼາດນັດ​ສາກົນ​ການ​ຄ້າ, ການທ່ອງ​ທ່ຽວ ​ແລະ ການ​ລົງທຶນ​ໃນ​ເຂດແລວ​ເສດຖະກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ - ​ດ່າ​ໜັງ ປີ 2015 ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 30/07, ຢູ່​ສູນ​ວາງສະ​ແດງ​ດ່າ​ໜັງ. ມີ​ຮ້ານ​ວາງສະ​ແດງ​ສິນ​ຄ້າ​ກວ່າ 400 ຮ້ານ​ຂອງວິ​ສາ​ຫະກິດ, ຫົວ​ໜ່ວຍ, ອົງການ​​ສົ່ງເສີມການ​ຄ້າ 200 ​ແຫ່ງ​ເຂົ້າ​ຮ່ວມ​​ໃນງານ​ຕະຫຼາດນັດ​ຄັ້ງ​ນີ້, ​ໃນ​ນັ້ນ​ມີບາງ​ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າ​ຮ່ວມ​ຄື: ອາ​ຟລິ​ກາ​ໃຕ້, ​ໄທ, ລາວ, ກຳປູ​ເຈຍ, ຈີນ, ສ.​ເກົາຫຼີ ​ແລະ ​ອິນ​ເດຍ. ງານ​ຕະຫຼາດນັດ​​ໄດ້​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ, ​ໄຟ​ຟ້າ, ​​ເຄື່ອງ​​ເອ​ເລ​ກ​ໂຕ​ນິກ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານ (IT)… ນອກ​ຈາກ​ນັ້ນ, ບັນດາ​ຫົວໜ່ວຍ​ຍັງ​​ໂຄສະນາໂຄງການຮຽກ​ຮ້ອງ​ການ​ລົງທຶນ ​ແລະ ອະ​ຊັງ​ຫາ​ລິ​ມະ​ຊັບ. ​ໃນ 6 ວັນ​ດຳ​ເນີນ​ງານ​ຕະຫຼາດນັດ ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ການ​ພົບ​ປະ​ແລ​ກປ່ຽນ​ການ​ຄ້າ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ໃນ​ເຂດແລວ​ເສດຖະກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ, ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການທ່ອງ​ທ່ຽວນະຄ​​ອນ Changwon, ປະ​ເທດສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ