ສ້າງກຳລັງໜູນໃໝ່ ນຳການພົວພັນຮ່ວມມືຫລາຍດ້ານລະຫວ່າງ ລັດເຊຍ - ຫວຽດນາມ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ

(VOVWORLD) - ຕອນບ່າຍວັນທີ 06 ກັນຍາ, ພາຍຫລັງສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin 
ສ້າງກຳລັງໜູນໃໝ່ ນຳການພົວພັນຮ່ວມມືຫລາຍດ້ານລະຫວ່າງ ລັດເຊຍ - ຫວຽດນາມ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ - ảnh 1 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin (ພາບ: TTXVN)

ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງ 2 ປະເທດຫລາຍສະບັບ ແລະ ການນຳ 2 ທ່ານກໍ່ໄດ້ມີການພົບປະກັບສື່ມວນຊົນຢູ່ທຳນຽບ Bocharov Ruchei ຢູ່ນະຄອນ Sochi, ສະຫະພັນ ລັດເຊຍ.

ກ່າວຄຳເຫັນຕໍ່ໜ້າສື່ມວນຊົນ 2 ປະເທດ ແລະ ສາກົນເປັນຈຳນວນຫລວງຫລາຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ:

        “ພວກຂ້າພະເຈົ້າເຫັນດີເປັນເອກະພາບນຳກັນວ່າຈະສືບຕໍ່ປະຕິບັດແນວທາງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ໃນສະພາບການໃໝ່ຢ່າງສະເໝີຕົ້ນສະເໝີປາຍ; ພ້ອມກັນເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງກ່ວາ, ເພີ່ມທະວີຄວາມຜູກພັນດ້ານຍຸດທະສາດ ແລະ ຍົກສູງການຮ່ວມມືລະຫວ່າງ 2 ປະເທດ ໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ - ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຕັກນິກການທະຫານຢ່າງມີປະສິດທິຜົນ.

        ການນຳ 2 ທ່ານກໍ່ສະແດງໃຫ້ເຫັນຄວາມເພິ່ງພໍໃຈກ່ຽວກັບໝາກຜົນແຫ່ງການເຈລະຈາທີ່ຫາກໍ່ດຳເນີນໄປ. ຕາມນັ້ນແລ້ວ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບການພົວພັນ 2 ປະເທດຢ່າງຮອບດ້ານ, ປຶກສາຫາລືບັນດາວິທີການໃຫຍ່ ແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກ່ວາ.

        ສ່ວນທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ເນັ້ນໜັກວ່າ: ການມາຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສ້າງກຳລັງໜູນໃໝ່ ນຳການພົວພັນຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ