ສ້າງຍຸດທະສາດພົວພັນດ້ານວັດທະນະທຳກັບຕ່າງປະເທດຂອງຫວຽດນາມຮອດປີ2020,ວິໄສທັດຮອດປີ2030
ລາຍການສະແດງສິລະປະໃນການພົວພັນ, ແລກປ່ຽນລະຫວ່າງເຍົາວະຊົນ ຫວຽດນາມ - ລາວ - ກຳປູເຈຍ
(ພາບ: An Hiếu/TTXVN)
(vovworld) – ວັນທີ 13/8, ຢູ່ແຂວງ ນີງບິ່ງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບສະຖານທູດແດນມາກ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ບົດຮຽນສາກົນກ່ຽວກັບການສ້າງຍຸດທະສາດການພົວພັນດ້ານວັດທະນະທຳກັບຕ່າງປະເທດຂອງ ຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030”. ກອງປະຊຸມສຳມະນາສຸມໃສ່ເຕື້ອງເຖິງບັນດາເນື້ອໃນຕົ້ນຕໍ່ແມ່ນ: ປັບປຸງ ແລະ ຮັດແໜ້ນສາຍພົວພັນກັບບັນດາປະເທດ, ບັນດາ ເຂດແຄ້ວນໃນໂລກ, ສົ່ງເສີມ, ເພີ່ມທະວີ ແລະ ເຮັດໃຫ້ຄວາມເຂົ້າອົກເຂົ້າໃຈກັບບັນດາປະເທດເລິກເຊິ່ງຂຶ້ນຕື່ມ, ໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມໃນເວທີສາກົນ... ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໂຮ່ຕ໋ວນແອງ ຢືນຢັນວ່າ: ວັດທະນະທຳພວມກາຍເປັນພື້ນຖານດ້ານຈິດໃຈຢ່າງແໜ້ນແຟ້ນຂອງສັງຄົມ, ແມ່ນກຳລັງແຮງພາຍໃນສຳຄັນຮັບປະກັນການພັດທະນາແບບຍືນຍົງ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ. ດັ່ງນັ້ນ, ເລື່ອງສ້າງພື້ນຖານວັດທະນະທຳ ແລະ ມະນຸດ ຫວຽດນາມ ພັດທະນາຮອບດ້ານ ມຸ່ງໄປເຖິງບັນດາສິ່ງທີ່ດີງາມຂອງປະເທດຊາດ ແມ່ນໜ້າທີ່ສຳຄັນຂອງລັດຖະບານ ຫວຽດນາມ.