ສ້າງຕັ້ງມະຫາວິທະຍາໄລ Fulbright ຫວຽດນາມ
(ພິທີມອບຂໍ້ຕົກລົງສ້າງ
ໂຮງຮຽນມະຫາວິທະຍາໄລ Fulbright ຫວຽດນາມ)
(vovworld)- ຕອນທ່ຽງວັນທີ 25/5, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນ ພິທີມອບຂໍ້ຕົກລົງ ສ້າງໂຮງຮຽນມະຫາວິທະຍາໄລ Fulbright ຫວຽດນາມ. ເຂົ້າຮ່ວມພິທີມີ ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ, ທ່ານ ດິງລາທັງ ເລຂາຄະນະພັກນະຄອນໂຮ່ຈີມິນ ພ້ອມດ້ວຍຜູ້ຕາງໜ້າ ບັນດາຄະນະຂະແໜງການ. ມະຫາວິທະຍາໄລດັ່ງກ່າວ ຕັ້ງຢູ່ ເມືອງ 9 ນະຄອນໂຮ່ຈີມິນ ເຊິ່ງແມ່ນມະຫາວິທະຍາໄລເອກະລາດ ບໍ່ສະແຫວງຫາຜົນກຳໄລແຫ່ງທຳອິດ ຂອງຫວຽດນາມ. ນີ້ແມ່ນມະຫາວິທະຍາໄລໜຶ່ງດຽວ ຢູ່ ຫວຽດນາມ ໄດ້ຮັບການອອກແບບ ຕາມຮູບແບບການສຶກສາ ດ້ວຍຄວາມປາດຖະໜາຢາກກໍ່ສ້າງ ນັກສຶກສາລຸ້ນຕ່າງໆໃຫ້ມີຈິນຕະນາການສ່ອງແສງ ຕີລາຄາ, ປະກອບສ່ວນໃຫ້ແກ່ການພັດທະນາປະເທດຊາດໃນຫຼາຍຂົງເຂດ. ມະຫາວິທະຍາໄລ Fulbright ຫວຽດນາມ ໄດ້ຮັບການໜູນຊ່ວຍ ຢ່າງໃຫຍ່ຫຼວງ ຈາກລັດຖະບານອາເມລິກາ ແລະ ຫວຽດນາມ. ມາຮອດປັດຈຸບັນ ລັດຖະບານອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາ ອຸປະຖຳໃຫ້ແກ່ກິດຈະກຳນີ້ກວ່າ 20 ລ້ານໂດລາສະຫະລັດ. ທ່ານ ເລຂາຄະນະພັກນະຄອນ ດິງລາທັງ ຖືວ່າ: ນີ້ແມ່ນເຫດການພິເສດ, ປະກອບສ່ວນຮັດແໜ້ນການພົວພັນ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ຍິ່ງກວ່າອີກ. ນະຄອນໂຮ່ຈີມິນ ຈະສະຫງວນ ບັນດາເງື່ອນໄຂດີທີ່ສຸດ ໃຫ້ມະຫາວິທະຍາໄລ Fulbright ຫວຽດນາມ ເພື່ອພັດທະນາ.
ເລີ່ມຕົ້ນແຕ່ເດືອນ 9/2016 ມະຫາວິທະຍາໄລ Fulbright ຫວຽດນາມ ຈະຄັດເລືອກເອົານັກສຶກສາ ເຂົ້າມາຮຽນລະດັບປະລີນຍາໂທ ຊຸດທຳອິດ ໃນພະແນກນະໂຍບາຍສາທາລະນະ ແລະ ຄຸ້ມຄອງ Fulbright. ປີ 2018 ມະຫາວິທະຍາໄລ ຈະສ້າງຕັ້ງພະແນກວິທະຍາສາດສັງຄົມ ແລະ ມະນຸດສາດ Fulbright ດ້ວຍຫຼັກສູດການສຶກສາ ລະດັບປະລີນຍາຕີ 4 ປີ ໃຫ້ແກ່ຂະແໜງວິທະຍາສາດສັງຄົມ ແລະ ມະນຸດສາດ, ສິລະປະ ແລະ ເຕັກນິກ.