(vovworld) - ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫາກໍອອກຂໍ້ຕົກລົງສ້າງຕັ້ງສູນສັງເກດຕິດຕາມກຳ່ປັນຫາປາ. ສູນໄດ້ນຳໃຊ້ລະບົບດາວທຽມເພື່ອສັງເກດຕິດຕາມການເຄື່ອນໄຫວຂອງກ່ຳປັນຫາປາໃນບັນດາເຂດນານທະເລຂອງຫວຽດນາມ, ກ່ຳປັນຫາປາຂອງຫວຽດນາມເຄື່ອນໄຫວໃນເຂດທະເລສາກົນ, ຄົ້ນພົບບັນດາການກະທຳຫາປາ, ຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍໃນບັນດາເຂດນານທະເລຂອງຫວຽດນາມ. ສູນຍັງຈະສະໜອງຂໍ້ມູນຂ່າວສານພະຍາກອນ, ກ່າວເຕືອນບັນດາສະພາບອາກາດບໍ່ດີບົນທະເລ, ບັນດາອຸປະຕິເຫດ ແລະ ບ່ອນທີ່ກ່ຳປັນຫາປາປະສົບເຄາະຮ້າຍ, ໃຫ້ຂໍ້ມູນຂ່າວສານກ່ຽວກັບບັນດາກ່ຳປັນ ແລະ ຊາວປະມົງຫວຽດນາມ ຖືກພວກຕ່າງປະເທດຈັບກຸ່ມ, ກ່ຳປັນຫາປາຕ່າງປະເທດລ່ວງລ້ຳເຂດນານທະເລຫວຽດນາມ.