ສ້າງຖັນແຖວພະນັກງານ ການນຳຂັ້ນສູງມີລະດັບ ຄວາມຮູ້, ຄວາມສາມາດ ຄຸ້ມຄອງ
(ທ່ານ ໂຕຮູຍເຣື໋ອ, ຫົວໜ້າຄະນະຈັດຕັ້ງສູນກາງ ກ່າວຄຳເຫັນໄຂຊຸດຮຽນ)
(vovworld) – ພິທີເປີດຊຸດຮຽນໃຫ້ຄະນະພະນັກງານກະກຽມໃຫ້ແຫຼ່ງພະນັກງານຂັ້ນສູງຊຸດທີ 3 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 7/1, ທີ່ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂຮ່ຈີມິນ. ຊຸດຮຽນຖືກດຳເນີນໄປໃນເດືອນ 1 ຮອດເດືອນ 5/2014, ລວມມີສຳມະນາກອນ 90 ຄົນ, ເຊິ່ງແມ່ນພະນັກງານຂັ້ນສູງຂອງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ, ບັນດາຄະນະພັກແຂວງ, ນະຄອນ ແລະ ກຳລັງປະກອບອາວຸດ.
ກ່າວຄຳເຫັນທີ່ພິທີເປີດຊຸດຮຽນ, ທ່ານ ໂຕຮູຍເຣື໋ອ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢັ້ງຢືນວ່າ: ຖັນແຖວພະນັກງານຂັ້ນສູງພວມຮັກສາຕຳແໜ່ງຢູ່ບັນດາອົງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຂັ້ນແຂວງ, ອຳນາດການປົກຄອງທ້ອງຖີ່ນຕ້ອງແມ່ນແບບຢ່າງທີ່ດີເດັ່ນກ່ຽວກັບຫຼັກໝັ້ນການເມືອງ ແລະ ຄຸນນະທາດປະຕິວັດ. ຄຽງຄູ່ກັນນັ້ນ, ຕ້ອງແມ່ນຜູ້ມີຄວາມຮູ້ທັນສະໄໝ, ມີຈີນຕະນາການ ແລະ ວິໄສທັດຍຸດທະສາດ... ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ໂຕຮູຍເຣື໋ອ ເນັ້ນໜັກວ່າ:
“ຂ້າພະເຈົ້າສະເໜີໃຫ້ຄະນະຊີ້ນຳຊຸດຮຽນ ແລະ ຜູ້ອຳນວຍການສະຖາບັນສ້າງລາຍການຄົ້ນຄ້ວາໃຫ້ບັນດາສຳມະນາກອນຢ່າງແທດຈິງ ແລະ ມີປະສິດທິຜົນ. ສົ່ງເສີມໃຫ້ເຂົາເຈົ້າໄປທັດສະນະສຶກສາຢູ່ສະຖານທີ່ຕົວຈິງ, ເຂດຊົນນະບົດ, ເຂດພູດອຍ, ຫ່າງໄກຊອກຫຼີກ, ບ່ອນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຕ້ອງກິນນຳ, ຢູ່ນຳ ແລະ ພ້ອມກັນເຮັດວຽກກັບປະຊາຊົນເພື່ອເຂົ້າໃຈໄດ້ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ສະພາບການຕົວຈິງຂອງຖັນແຖວພະນັກງານຢູ່ຮາກຖານນັ້ນ. ຜ່ານນັ້ນ, ສຳມະນາກອນແຕ່ລະຄົນຕ້ອງມີຄວາມຮັບຜິດຊອບຊ່ວຍຖັນແຖວພະນັກງານສຳຄັນນີ້ຍົກສູງຄວາມຮູ້, ກຳລັງຄວາມສາມາດປະຕິບັດງານ.”