ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​​ຜັນ​ຂະ​ຫ​ຍ​າຍ​ບັນ​ດາ​ໂຄງ​ການ, ລາຍ​ການ​ຂອງ​ບັນ​ດ​າ​ອົງ​ການຈັດ​ຕ​ັ້ງບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃຫ​້​ສຳ​ເລັດ​

(VOVWORLD) - ວັນທີ 5 ກໍລະກົດ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມປະຈຳປີກ່ຽວກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ທີ່ພວມເຄື່ອນໄຫວຢູ່ນະຄອນໂຮ່ຈີມິນ.
ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​​ຜັນ​ຂະ​ຫ​ຍ​າຍ​ບັນ​ດາ​ໂຄງ​ການ, ລາຍ​ການ​ຂອງ​ບັນ​ດ​າ​ອົງ​ການຈັດ​ຕ​ັ້ງບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃຫ​້​ສຳ​ເລັດ​ - ảnh 1ກອງປະຊຸມປະຈຳປີກ່ຽວກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ທີ່ພວມເຄື່ອນໄຫວຢູ່ນະຄອນໂຮ່ຈີມິນ (ພາບ: TTXVN) 

ກອງປະຊຸມເພື່ອແນໃສ່ສະຫຼຸບວຽກງານສົມທົບກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັລັດຖະບານ, ຍ້ອງຍໍ ແລະ ມອບລາງວັນໃຫ້ແກ່ໝູ່ຄະນະທີ່ມີຜົນງານທີ່ດີໃນການສົມທົບກັບອົງ ການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ໄລຍະ 2016 – 2018.

ໂດຍຕາງໜ້າໜ່ວຍປະຕິບັດງານບໍ່ຂຶ້ນກັບລັດຖະບານຂອງຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ, ທ່ານນາງ ຫງວຽນທິຮົ່ງຢ໊ຽມ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ (HUFO), ໄດ້ຕີລາຄາສູງການສົມທົບຂອງບັນດາບໍລິສັດ, ສະຫະສະມາຄົມວິສາຫະກິດຕ່າງປະເທດ, ບັນດາອົງການທຸຕານຸທູດ, ສ່ວນບຸກຄົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ໄດ້ຮ່ວມເດີນທາງກັບນະຄອນ ໂຮ່ຈີມິນ ປະຕິບັດບັນດາລາຍການສັງຄົມ, ທຳການກຸສົນ, ປະກອບສ່ວນຍົກສູງຄຸນນະພາບການດຳລົງຊີວິດໃຫ້ແກ່ຜູ້ທຸກຍາກ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ. ການນຳ, ບັນດາຄະນະຂະແໜງການ, ປະຊາຊົນນະຄອນໂຮ່ຈີມິນໄດ້ຕີລາຄາສູງ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສ້າງທຸກເງື່ອນໄຂເພື່ອຜັນຂະຫຍາຍບັນດາໂຄງການ, ລາຍການຂອງບັນດາອົງການບໍ່ຂຶ້ນກັບລັດຖະບານໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ