ສ້າງນະໂຍບາຍບຸລິມະສິດເພື່ອດຶງດູດການລົງທຶນ ກໍ່ສ້າງພື້ນຖານໂຄງລ່າງ ຄົມມະນາຄົມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Đức Tám – TTXVN)
(vovworld) – ວັນທີ 9/1, ເມື່ອກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານປີ 2013, ປຶກສາຫາລືແຜນການຜັນຂະຫຍາຍໜ້າທີ່ປີ 2014 ຂອງຂະແໜງຄົມມະນາຄົມຂົນສົ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານດີເດັ່ນເຊິ່ງຂະແໜງຄົມມະນາຄົມຂົນສົ່ງບັນລຸໄດ້ໃນປີຜ່ານມາ, ພິເສດແມ່ນການຄວບຄຸມ, ຫລຸດຜ່ອນຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຍ້ອນອຸປະຕິເຫດຄົມມະນາຄົມ. ປີ 2014, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງຄົມມະນາຄົມຂົນສົ່ງເພີ່ມທະວີການຄຸ້ມຄອງລັດໃນຂົງເຂດຄຸ້ມຄອງ, ຈຳກັດຄວາມອ່ອນດ້ອຍ, ຍົກສູງຜົນສັກສິດ, ສ້າງລະບອບ, ກົນໄກໃຫ້ສົມບູນແບບ, ຕິດພັນກັບການເພີ່ມທະວີການກວດກາເພື່ອປະຕິບັດໜ້າທີ່ຊຶ່ງໄດ້ຮັບມອບໝາຍໃຫ້ດີກ່ວາອີກ. ກວດກາຄືນບັນດາເອກະສານເພື່ອຄຸ້ມຄອງ, ເພື່ອຈຳກັດສະພາບລົດຕິດ, ອຸບັດຕິເຫດຄົມມະນາຄົມທັງທາງບົກ, ທາງລົດໄຟ, ທາງນ້ຳ ແລະ ທາງອາກາດ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ຄວນສືບຕໍ່ມີກົນໄກນະໂຍບາຍດຶງດູດເງິນລົງທຶນກໍ່ສ້າງບັນດາໂຄງການພື້ນຖານໂຄລ່າງ, ປຸກລະດົມກຳລັງແຮງຂອງປະຊາຊົນເພື່ອກໍ່ສ້າງທາງຄົມມະນາຄົມຊົນນະບົດ... ພິເສດແມ່ນສຸມໃສ່ຄຸນນະພາບກິດຈະກຳຄົມມະນາຄົມ.