ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ14ແລະສະມາຊິກສະພາປະຊາຊົນແຂວງ
ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງວິ້ງລອງ
ກອງປະຊຸມເຈລະຈາຄັ້ງທີ 3
(ພາບ: TTXVN)
(vovworld) - ວັນທີ 13/04, ຄະນະກຳມະການແນວໂຮມປະເທດຊາດບັນດາແຂວງ, ນະຄອນ ໄດ້ຈັດຕັ້ງກອງປະຊຸມເຈລະຈາຄັ້ງທີ 3 ເພື່ອເປັນເອກະພາບ ແລະ ສ້າງບັນຊີລາຍຊື່ບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ອາຍຸການ 2016 – 2021 ຢ່າງເປັນທາງການ.
ຢູ່ແຂວງ ບິ່ງເຟືອກ, ສະມາຊິກ 100% ໄດ້ເປັນເອກະພາບສ້າງຕັ້ງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 8 ທ່ານຢ່າງເປັນທາງການ. ສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງອາຍຸການ 2016 – 2021, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດ ແຂວງ ບິ່ງເຟືອກ ໄດ້ເປັນເອກະພາບສ້າງບັນຊີລາຍຊື່ຜູ້ສະໜັກຮັບເລືອກຕັ້ງ 108 ທ່ານຢ່າງເປັນທາງການ, ໃນນັ້ນຮັບປະກັນອັດຕາຜູ້ສະໝັກຮັບເລືອກຕັ້ງແມ່ນແມ່ຍິງ, ຜູ້ສະໝັກຮັບເລືອກຕັ້ງບໍ່ແມ່ນສະມາຊິກພັກ ແລະ ຜູ້ສະໝັກຮັບເລືອກຕັ້ງແມ່ນຊາວຊົນເຜົ່າສ່ວນໜ້ອຍຕາມຂໍ້ກຳນົດ.
ກອງປະຊຸມເຈລະຈາຄັ້ງທີ 3 ຢູ່ແຂວງ ຈ່າວິງ ໄດ້ເປັນເອກະພາບບັນຊີລາຍຊື່ 8 ທ່ານ, ເຊິ່ງບັນດາອົງການ, ອົງການຈັດຕັ້ງ, ຫົວໜ່ວຍທ້ອງຖິ່ນສະເໜີສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14. ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງລວມມີ 83 ທ່ານ.
ສ່ວນຢູ່ແຂວງຕຽນຢາງ ກໍໄດ້ຈັດກອງປະຊຸມເຈລະຈາຄັ້ງທີ 3 ຮັບຮອງເອົາບັນຊີລາຍຊື່ ຜູ້ສະໝັກຮັບເລືອກຕັັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ລວມ 11 ທ່ານຢ່າງເປັນທາງການ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງລວມມີ 108 ທ່ານ.
ກອງປະຊຸມເຈລະຈາຄັ້ງທີ 3 ຢູ່ບັນດາແຂວງ ບ່າເຣີ້ຍ - ວູງເຕົ່າ, ເລີມດົ່ງ, ກຽນຢາງ ກໍດຳເນີນຖືກຕາມລະບຽບການໃນວັນທີ 13/04. ບັນດາທ້ອງຖິ່ນໄດ້ເຫັນດີສ້າງບັນຊີລາຍຊື່ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງອາຍຸການ 2016 – 2021 ຮັບປະກັນຈຳນວນ ແລະ ອັດຕາຕາມຂໍ້ກຳນົດ.