(vovworld) – ຕອນບ່າຍວັນທີ 20/7, ຢູ່ຮ່າໂນ້ຍ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ ໄດ້ຈັດຕັ້ງພິທີສະຫລຸບ ແລະ ມອບລາງວັນໃຫ້ການສອບເສັງຊອກຮູ້ “60 ປີແຫ່ງວັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ຜ່ານສະແຕມໄປສະນີ”. ຜ່ານ 2 ເດືອນແຫ່ງການຜັນຂະຫຍາຍ, ຄະນະຈັດຕັ້ງໄດ້ຮັບບົດສອບເສັງ 3,2 ລ້ານບົດຂອງພວກນ້ອງເຍົາວະຊົນໃນທົ່ວປະເທດ. ຄະນະຈັດຕັ້ງຕົກລົງມອບ 47 ລາງວັນ, ໃນນັ້ນມີລາງວັນພິເສດ 1 ລາງວັນ, ລາງວັນທີໜຶ່ງ 2 ລາງວັນ.
ຕາມສາດສະດາຈານ, ດຣ ເລວັນລານ, ຫົວໜ້າຄະນະກຳມະການແລ້ວ, ບັນດາບົດເຂົ້າຮ່ວມການສອບເສັງລ້ວນແຕ່ໄດ້ຮັບການສະແດງຢ່າງລອບຄອບຖີ່ຖ້ວນ, ການຕອບຄຳຖາມຢ່າງຊັດເຈນ, ພວກນ້ອງໄດ້ແຕ້ມສະແຕມສະແດງໃຫ້ເຫັນຄວາມຮູ້, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບໄຊຊະນະ ດ້ຽນບຽນຝູ. ຈາກນັ້ນ, ປະກອບສ່ວນເພີ່ມພູນຄູນສ້າງຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດ, ຕັ້ງໜ້າສູ້ຊົນ, ຮຳ່ຮຽນ, ຝຶກຝົນຫຼໍ່ຫຼອມໃຫ້ແກ່ພວກນ້ອງ ເພື່ອກາຍເປັນພົນລະເມືອງຜູ້ມີປະໂຫຍດໃຫ້ແກ່ປະເທດຊາດໃນພາຍພາກໜ້າ.