ສ້າງມະຫາວິທະຍາໄລຫວຽດນາມ-ເຢຍລະມັນໃຫ້ກາຍເປັນຮູບແບບມະຫາວິທະຍາໄລແບບໃໝ່
ປະທານຄະນະກຳມະການສູນກາງ
ແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ
(ພາບ: TTXVN)
(vovworld)- ທີ່ພິທີເປີດສົກຮຽນໃໝ່ 2015-2016 ຂອງໂຮງຮຽນມະຫາວິທະຍາໄລຫວຽດນາມ-ເຢຍລະມັນ, ຢູ່ນະຄອນໃໝ່ ແຂວງບິງເຢືອງ ເຊິ່ງດຳເນີນໃນຕອນເຊົ້າວັນທີ 23/10. ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ໄດ້ຢັ້ງຢືນ: ສ້າງມະຫາວິທະຍາໄລຫວຽດນາມ-ເຢຍລະມັນໃຫ້ກາຍເປັນຮູບແບບມະຫາວິທະຍາໄລແບບໃໝ່. ລັດຖະບານຫວຽດນາມ ແລະ ລັດຖະບານເຢຍລະມັນ ພ້ອມກັນຕັດສິນໃຈກໍ່ສ້າງໂຮງຮຽນມະຫາວິທະຍາໄລດັ່ງກ່າວ. ເປັນໂຄງການແບບຢ່າງໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສາທາລະນະລັດສະຫະພັນເຢຍລະມັນ. ດ້ວຍເຫດນັ້ນ ສອງຝ່າຍຈະພ້ອມກັນປະກອບສ່ວນພັດທະນາ ມະຫາວິທະຍາໄລຫວຽດນາມ-ເຢຍລະມັນກາຍເປັນຮູບແບບການສຶກສາ ມີບົດບາດຊຸກຍູ້ລະບົບບຳລຸງສ້າງມະຫາວິທະຍາໄລຫວຽດນາມໃຫ້ມີການປ່ຽນໃໝ່ໂດຍພື້ນຖານ, ຮອບດ້ານ ແລະ ເຊື່ອມໂຍງເຂົ້າກັບສາກົນ; ປະກອບສ່ວນຍົກສູງທີ່ຕັ້ງບົດບາດການສຶກສາມະຫາວິທະຍາໄລຫວຽດນາມໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ. ພາຍຫຼັງ 7 ປີແຫ່ງການເຄື່ອນໄຫວ, ມະຫາວິທະຍາໄລຫວຽດນາມ-ເຢຍລະມັນ ໄດ້ ແລະ ພວມບຳລຸງສ້າງນັກສຶກສາປະລິນຍາໂທ, ປະລິຍາຕີ ຕາມມາດຖານສາກົນ ກວ່າ 1.800 ຄົນ. ມະຫາວິທະຍາໄລດັ່ງກ່າວມີຫ້ອງທົດລອງທັນສະໄໝ 17 ຫ້ອງ ຄື: ຫ້ອງທົດລອງ Robot, ຫ້ອງທົດລອງອັດຕະໂນມັດ, ຫ້ອງທົດລອງຄວາມໄວໃນການຈຳລອງການຄິດໄລ່ ໃຫ້ຂະແໜງຄິດໄລ່ເຕັກນິກ.