ສ້າງສັງຄົມຮໍ່າຮຽນ: ຈາກວິໄສທັດເຖິງການກະທຳ
(ພາບປະກອບ)
(vovworld) – ວັນທີ 01/10, ຢູ່ແຂວງຟຸທໍ້ ໄດ້ດຳເນີນກອງປະຊຸມສຳມະນາ “ສ້າງສັງຄົມຮໍ່າຮຽນ: ຈາກວິໄສທັດເຖິງການກະທຳ” ເຂດພາກເໜືອ. ກອງປະຊຸມສຳມະນາໂດຍກະຊວງສຶກສາ ແລະ ບຳລຸງສ້າງ, ສະມາຄົມສົ່ງເສີມການຮໍ່າຮຽນຫວຽດນາມ, ຄະນະໂຄສະນາສຶກສາສູນກາງ ແລະ ຫ້ອງການອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ສົມທົບກັນຈັດຕັ້ງ. ເຂົ້າຮ່ວມກອງປະຊຸມສຳມະນາ, ຜູ້ແທນໄດ້ເຕື້ອງເຖິງບັນດາມາດຕະການເຮັດໃຫ້ຄວາມປາດຖະໜາກ່ຽວກັບພົນລະເມືອງຮໍ່າຮຽນ ແລະ ສັງຄົມຮໍ່າຮຽນຂອງຫວຽດນາມ ໃນສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງເໝາະສົມກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ. ບັນດາຜູແທນກໍ່ເນັ້ນໜັກເຖິງຄວາມສຳຄັນ ແລະ ການກະທົບທີ່ຕັ້ງໜ້າຂອງການສ້າງຄອບຄົວຮໍ່າຮຽນ, ວົງຕະກຸນຮໍ່າຮຽນ ແລະ ອົງການຈັດຕັ້ງ, ປະຊາຄົມຮໍ່າຮຽນ ແລະ ແຕ່ລະບຸກຄົນຮໍ່າຮຽນ, ເພື່ອແນໃສ່ເປີດສ້າງກາລະອກາດໃຫ້ທຸກຄົນໄດ້ເຂົ້າຮ່ວມການຮໍ່າຮຽນ ແລະ ໄດ້ຊົມໃຊ້ຜົນປະໂຫຍດຈາກການຮໍ່າຮຽນ. ຕາມທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນວິງຫຽນ ແລ້ວ, ຫວຽດນາມ ຕ້ອງກຳນົດໄດ້ຄວາມປາດຖະໜາລະອຽດສຳລັບສັງຄົມຮໍ່າຮຽນ ແລະ ພົນລະເມືອງຮໍ່າຮຽນ; ຈັດຕັ້ງບັນດາການເຈລະຈານະໂຍບາຍ ເພື່ອຮັບປະກັນໃຫ້ມີຄວາມຮູ້ລວມກ່ຽວກັບຈຸດພິເສດໂດຍພື້ນຖານຂອງສັງຄົມຮໍ່າຮຽນ ແລະ ພົນລະເມືອງຮໍ່າຮຽນເຊິ່ງຫວຽດນາມ ປາດຖະໜາ.