ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຫວຽດນາມແລະຕວກກີຮ່ວມມື,ລົງທຶນ

(VOVWORLD) -ວັນທີ 24 ສິງຫາ, ເວທີປາໄສວິສາຫະກິດ ຫວຽດນາມ - ຕວກກີ ໄດ້ດຳເນີນໄປຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim, ການນຳບັນດາກະຊວງ,ຂະແຫນງການສອງປະເທດ, ກວ່າ 70 ວິສາຫະກິດຕວກກີ ແລະ ວິສາຫະກິດຫວຽດນາມ.
ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຫວຽດນາມແລະຕວກກີຮ່ວມມື,ລົງທຶນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim ເຂົ້າຮ່ວມເວທີປາໄສ

ທີ່ເວທີປາໄສ, ບັນດາວິສາຫະກິດ ສອງປະເທດປາດຖະຫນາຢາກການນຳຫວຽດນາມ ແລະ ຕວກກີ ສ້າງເງື່ອນໄຂສະດວກ, ຍົກເລີກທຸກຮົ້ວກີດຂວາງເພື່ອນຳວົງເງິນການຄ້າສອງປະເທດບັນລຸລະດັບສູງໃຫມ່, ກ້າວໄປເຖິງບັນລຸ 4 ຕື້ USD ໃນປີ 2020. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ຮູ້ວ່າ:

        “ຫວຽດນາມ ໄດ້ ແລະ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກດ້ານການຄ້າ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນ ຢູ່ ພາຍໃນປະເທດ ແລະ ຕ່າງປະເທດ. ພວກຂ້າພະເຈົ້າສົ່ງເສີມ ແລະ ບຸລິມະສິດດຶງດູດການລົງທຶນເຂົ້າບັນດາຂະແຫນງການ, ຂົງເຂດເຕັກໂນໂລຊີສູງ, ມີການບໍລິຫານທັນສະໄຫມ, ເປັນມິດກັບສິ່ງແວດລ້ອມ ແລະ ບັນດາວິສາຫະກິດພ້ອມແລ້ວເຊື່ອມຕໍ່ກັບບັນດາວິສາຫະກິດພາຍໃນປະເທດ.”

ທ່ານນາຍົກລັດຖະມົນຕີ ເວື່ອງດີງເຫ້ວ ໃຫ້ຮູ້ວ່າ: ເມື່ອລົງທຶນຢູ່ຫວຽດນາມ, ບັນດາວິສາຫະກິດ ຕວກກີ ກໍ່ມີກາລະໂອກາດສຳຜັດກັບຕະຫລາດ ອາຊຽນ ດ້ວຍພົນລະເມືອງ 650 ກວ່າລ້ານຄົນ, ຍອດ GDP 2500 ຕື້ USD. ທ່ານນາຍົກລັດຖະມົນຕີ ຕວກກີ Yildirim ຖືວ່າ: ການຢ້ຽມຢາມຫວຽດນາມ ຄັ້ງນີ້ ມີລັກສະນະບາດລ້ຽວ, ນຳການພົວພັນສອງປະເທດ ພັດທະນາຂຶ້ນສູ່ລະດັບສູງໃຫມ່ ແລະ ໃນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ ຊື່ງບັນດາວິສາຫະກິດສວມບົດບາດຫລັກແຫລ່ງ.

        “ພວກເຮົາຈະບໍ່ສາມາດຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ຖ້າມີພຽງແຕ່ການພົວພັນລະຫວ່າງຂັ້ນລັດຖະບານ ຫາກຍາມໃດກໍ່ມີການຮ່ວມສຳພັນຈາກບັນດາວິສາຫະກິດ, ໃນນັ້ນ ມີບັນດາຜູ້ຕາງຫນ້າຂອງວິສາຫະກິດສອງປະເທດໃນເວທີປາໄສນີ້. ບັນດາສິ່ງທີ່ຕ້ອງເຮັດ ນັ້ນແມ່ນຮັບປະກັນພ້ອມກັນຫນູນຊ່ວຍໃຫ້ບັນດາວິສາຫະກິດ, ສົ່ງເສີມບັນດາວິສາຫະກິດ, ລົບລ້າງຮົ້ວກີດຂວາງຊື່ງບັນດາວິສາຫະກິດພວມປະສົບ, ເປີດຊ່ອງທາງສະດວກກວ່າໃຫ້ແກ່ບັນດາວິສາຫະກິດ.”

ຕອບກັບ

ຂ່າວ/ບົດ​ອື່ນ