ສ້າງໂຄງປະກອບຂະ ແໜງກະສິກຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມ

ສ້າງໂຄງປະກອບຂະ ແໜງກະສິກຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມ - ảnh 1

 (ພາບ: iasvn.org )

 (vovworld)- ສ້າງ​ໂຄງ​ປະກອບຂະ​ແໜງ​ຄືນ​ໃໝ່​ທັງ​ແມ່ນ​ໜ້າ​ທີ່​ຮີບ​ດ່ວນ ​ແລະ ຍາວ​ນານ ​ແລະ ນີ້​ແມ່ນ​ບາດກ້າວ​ເດີນ​ສຳຄັນ ພັດທະນາ​ຂະ​ແໜງ​ກະສິກຳ​ຂອງ​ທ້ອງ​ຖິ່ນ​ເວົ້າສະ​ເພາະ ​ແລະ ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ເວົ້າລວມ. ນີ້​ແມ່ນ​ຂໍ້​ໃຫ້​ສັງ​ເກດ​ຂອງ​ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມ​ປະຕິບັດ​ແຜນ​ຮ່າງ “ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳຄືນ​ໃໝ່​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ“ ຈັດ​ຂຶ້ນ​ໃນ​ວັນ​ທີ 27/9 ຢູ່​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ ​ແລະ ຜູ້ຕາງໜ້າ 63 ​ພະ​ແນ​ກ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ,​ນະຄອນ.

  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ ​ເນັ້ນໜັກ​ວ່າ: ​ແຜນ​ຮ່າງ “ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳຄືນ​ໃໝ່​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ “ ຮັກສາ​ການ​ເຕີບ​ໂຕ, ຍົກ​ສູງ​ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງຜ່ານ​ການ​ເພີ່ມ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ຄຸນຄ່າ​ເພີ່ມ:

   “ທຸກໆ​ທ້ອງ​ຖິ່ນ, ອົງການ​ຂຶ້ນ​ກັບ​ຂະ​ແໜງ​ກະສິກຳ​ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງວ່າ ນີ້​ແມ່ນ​ມາດ​ຕະການ​ເພື່ອ​ແກ້​​ໄຂ​ບັນດາ​ຄວາມ​ຈຳກັດ​ຂອງ​ຂະ​ແໜງ​ໃນ​ຕໍ່ໜ້າ ​ແລະ ຍາວ​ນານ, ​ເພື່ອ​ແນ່​ໃສ່​ຮັກສາ​ການ​ເຕີບ​ໂຕ ​ແລະ ບັນລຸ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ, ສັງຄົມ, ສິ່ງ​ແວດລ້ອມ​ພ້ອມ​ກັນ. ຕາມ​ນັ້ນ​ແລ້ວ, ຕ້ອງ​ແນະນຳ​ ທ້ອງ​ຖິ່ນ​ຕ່າ​ງໆ ບັນດາ​​ເນື້ອ​ໃນ​ປະຕິບັດ, ການ​ກຳນົດ​ມາດ​ຕະການ​ຕົ້ນຕໍ​ຜັນ​ຂະຫຍາຍ​ແຕ່ລະ​ຂະ​ແໜງ, ຂົງ​ເຂດ​ລະອຽດ…. “.



ຂ່າວ/ບົດ​ອື່ນ