ສາຍພົວພັນມິດຕະພາບ ຫວຽດນາມ - ສປປ ເກົາຫຼີ ນັບມື້ນັບພັດທະນາ

ສາຍພົວພັນມິດຕະພາບ ຫວຽດນາມ - ສປປ ເກົາຫຼີ ນັບມື້ນັບພັດທະນາ - ảnh 1
( ພາບປະກອບຈາກ : tdtt.gov.vn )

( vovworld ) - ຕອນ​ຄໍ່າວັນ​ທີ 15/2, ສະຖານທູດ​  ສປປ ​ເກົາຫຼີ ປະຈຳ ຫວຽດນາມ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ແຂກ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ Kim Jong Il, ອາ​ດີດການ​ນຳ​ສູງ​ສຸດ​ຂອງປະຊາຊົນ ​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Kim Chang In ເອກ​ອັກຄະ​ລັດຖະທູດ ສປປ  ​ເກົາຫຼີ ປະຈ​ຳ ຫວຽດນາມ ​ແລະ ທ່ານ ​ເຈືອງ​ຮ່ວາ​ບິ່ງ ​ເລຂາ​ສູນ​ກາງ​ພັກ, ປະທານ​ສານປະຊາຊົນ​ສູງ​ສຸດ ຫວຽດນາມ  ລ້ວນ​ແຕ່​ສະ​ແດງ​ຄວາມ​ພາກ​ພູມ​ໃຈຕໍ່​ສາຍ​ພົວພັນ​ຮ່ວມ​ມື​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງສອງ​ປະ​ເທດ ຫວຽດນາມ ​ແລະ ສປປ ​ເກົາຫຼີ ​​ໂດຍ​ທ່ານປະທານ​ໂຮ່ຈິ​ມິນ ​ແລະ ປະທານ Kim Il Sung ​​ເພີ່ມ​ພູນ​ຄຸນ​ສ້າງ ​​ແລະ​ ​ໄດ້​ຮັບ​ການພັດທະນາ​ຢ່າງ​ດີງາມ. ສອງ​ຝ່າຍ​​ເຊື້ອ​ໝັ້ນ​ວ່າ, ສາຍ​ພົວພັນ​ມິດຕະພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​ພັດທະນາ​ສອດຄ່ອງ​ກັບ​ຍຸກ​ສະ​ໄໝ​ໃໝ່​.

ຂ່າວ/ບົດ​ອື່ນ