ກົງສູນສາທາລະນະ ໄຊປັດ ຈັດພິທີສະເໜີຢ່າງເປັນທາງການ
(ພາບ: PhuongVy/TTXVN)
(vovworld) –ໃນຕອນຄ່ຳວັນທີ່ 6/4, ຢູ່ນະຄອນໂຮ່ຈີມີນ, ກົງສູນສາທາລະນະ ໄຊປັດ (Cyprus ) ປະຈຳ ຫວຽດນາມ ໄດ້ຈັດພິທີສະເໜີຢ່າງເປັນທາງການ. ກ່າວຄວາມເຫັນໃນພິທີ, ທ່ານ Demetrios Theophylactou, ເອກອັກຄະລັດຖະທູດ ໄຊປັດ ປະຈຳ ອີນເດຍ ທັງຮັບຜິດຊອບ ຫວຽດນາມ, ໃຫ້ຮູ້ວ່າ: ຫວຽດນາມໄດ້ຮັບຖືວ່າເປັນ ຄູ່ຮ່ວມມືທີ່ສຳຄັນ ຂອງ ສາທາລະນະ ໄຊປັດ, ດ້ວຍຄວາມສາມາດບົ່ມຊ້ອນການຮ່ວມມືຫຼາຍຢ່າງ. ດັ່ງນັ້ນ, ການເປີດຫ້ອງການກົງສູນ ປະຈຳ ຫວຽດນາມ ແມ່ນຈຳເປັນ ເພື່ອເຊື່ອມຕໍ່ສອງປະເທດ, ພ້ອມທັງຊຸກຍູ້ການຮ່ວມມື ລະຫວ່າງ ສອງຝ່າຍ ໃນຫຼາຍຂົງເຂດເຊັ່ນ: ເສດຖະກິດ, ການເມືອງ, ວັດທະນະທຳ, ການທ່ອງທ່ຽວ… ຕີລາຄາສູງເລື່ອງ ສາທາລະນະ ໄຊປັດ ສະເໜີຕົວ ຫ້ອງການກົງສູນ ປະຈຳຫວຽດນາມ, ທ່ານ ນາງ ເຈີ່ນທິຫຽວແຮັງ, ຮອງຫົວໜ້າການພະແນກພົວພັນຕ່າງປະເທດ ນະຄອນໂຮ່ຈີມີນ, ຖືວ່າ: ນີ້ຈະເປັນຂົວຕໍ່ ແລະ ກຳລັງໜູນຊຸກຍູ້ການຮ່ວມມື ລະຫວ່າງ ນະຄອນໂຮ່ຈີມີນ ແລະ ສາທາລະນະ ໄຊປັດ. ພະແນກພົວພັນ ຕ່າງປະເທດ ຈະຕັ້ງໜ້າໜູນຊ່ວຍ ກົງສູນ ສາທາລະນະ ໄຊປັດ ໃນການເຄື່ອນໄຫວຕ່າງໆ ຢູ່ນະຄອນ ໂຮ່ຈີມີນ ກໍ່ຄືບັນດາແຂວງ, ນະຄອນເຂດພາກໃຕ້.