ສານຊົມເຊີຍ

ສານຊົມເຊີຍ - ảnh 1

ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​(24/6/1967-24/6/2012) ແລະ ”ປີ​ແຫ່ງ​ຄວາມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈ 2012”. ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ນຳ​ກັນ.

        ​ເນື້ອ​ໃນ​ສານ​ຊົມ​ເຊີຍ​ຂອງ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ​ ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ 45 ປີ ທີ່​ຜ່ານ​ມາ. ການ​ນຳ​ຫວຽດນາມ​ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ສາຍ​ພົວພັນ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ຄວາມ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ, ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ສ່ວນ​ເນື້ອ​ໃນ​ສານ​ຊົມ​ເຊີຍ​ຂອງ​ການ​ນຳ​ຂັ້ນ​ສູງກຳປູ​ເຈຍກໍ່​ຢືນຢັນ​ວ່າ ຍາມ​ໃດ​ກໍ່​ຖື​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ກຳປູ​ເຈຍ - ຫວຽດນາມ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ການ​ນຳ​ກຳປູ​ເຈຍ ກໍ່​ສະ​ແດງ​ຄວາມ​ຮູ້​ບູນ​ຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ ​ແລະ ປະຊາຊົນຫວຽດນາມ ​ເພື່ອ​ກູ້​ເອົາ​ປະຊາຊົນ ​ກຳປູ​ເຈຍ ​ຫຼຸດ​ພົ້ນ​ອອກ​ຈາກ​ລະບອບ​ດັບ​ສູນ​ເຊື້ອ​ຊາດ​ຂອງ ​ໂປ​ນປົດ ​ເມື່ອ​ປີ 1979, ພ້ອມ​ທັງ​ອວຍພອນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງປະຊາຊົນ​ຫວຽດນາມ​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ