(vovworld) - ວັນທີ່ 11/10, ສານສູງສຸດໄທ ໄດ້ອອກຄຳສັ່ງຈັບຕົວອະດີດນາຍົກລັດຖະມົນຕີ ທັກສິນ ຊີນນະວັດ ດ້ວຍການຜູກໂທດທີ່ວ່າສວຍໃຊ້ສິດໃນໄລຍະດຳລົງຕຳແໜ່ງນາຍົກລັດຖະມົນຕີ. ທ່ານ ທັກສິນ ຊີນນະວັດຖືກໂຄ່ນລົ້ມໃນການລັດຖະປະຫານດ້ານການທະຫານເມື່ອປີ 2006 ແລະ ມີຊີວິດພັດຖິ່ນຢູ່ຕ່າງປະເທດນັບແຕ່ປີ 2008. ຕາມສານສູງສຸດໄທ ແລ້ວ, ອະດີດນາຍົກລັດຖະມົນຕີ ທັກສິນ ຊີນນະວັດ ແມ່ນຈຳເລີຍຜູ້ທຳອິດໃນຈຳນວນຈຳເລີຍ 27 ຄົນຖືກກ່າວປະກາດໂທດກ່ຽວຂ້ອງເຖິງບັນດາບ້ວງເງິນກູ້ຍື່ມຝືນກັບກົດໝາຍຢູ່ທະນາຄານ ກຸງໄທ ຂອງລັດ. ສານພິພາກສາທ່ານ ທັກສິນ ຈະໄດ້ດຳເນີນໄປເມື່ອຈຳເລີຍຜູ້ນີ້ມີໜ້າຢູ່ສານ. ໂທດສວຍໃຊ້ສິດອຳນາດຢູ່ໄທ ອາດຈະຖືກລົງໂທດໃຫ້ຈຳຄຸກ 10 ປີ ແລະ ບັນດາໄອຍະການຍັງຮຽກຮ້ອງໃຫ້ປັບໃໝຈຳນວນເງິນປະມານ 304 ລ້ານ USD.