ສາສະໜາກາວດ່າຍຍາມໃດກໍຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ
(ທ່ານປະທານຄະນະກຳມະການສູນກາງ
ແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ)
(vovworld) - ວັນທີ 23/11, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຝາກຈົດໝາຍອວຍພອນບັນດາທ່ານທີ່ມີຍົດຖາບັນດາສັກ ແລະ ຜູ້ເຊື່ອຖືສາສະໜາ ກາວດ່າຍ ໝົດທຸກຄົນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນບຸນສ້າງຕັ້ງສາສະໜາກາວດ່າຍ. ໃນຈົດໝາຍ, ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ: ຜ່ານໄລຍະ 90 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ດ້ວຍມູນເຊື້ອຮັກຊາດ, ສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ, ຜູ້ເຊື່ອຖືສາສະໜາກາວດ່າຍ ໄດ້ຍົກສູງນ້ຳໃຈຮັກຊາດ, ມີຄວາມສາມັກຄີພ້ອມກັບປະຊາຊົນທຸກຊັ້ນວັນນະຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ. ຍາມໃດບັນດາຜູ້ເຊື່ອຖືສາສະໜາກາວດ່າຍ ກໍປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ເປັນຢ່າງດີ; ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ວຽກງານການກຸສົນດ້ານສັງຄົມ ປະກອບສ່ວນພ້ອມກັບພັກ, ອຳນາດການປົກຄອງ, ປະຊາຊົນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບພັດທະນາ. ທ່ານ ຫງວຽນທ້ຽນເຍີນ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ປະຊາຊົນເຊື່ອຖືສາສະໜາກາວດ່າຍ ຈະສືບຕໍ່ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຂົ້າຮ່ວມບັນດາບັ້ນຂົນຂວາຍໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ປຸກລະດົມເປັນຢ່າງດີ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປ່ຽນໃໝ່ປະເທດຊາດຢ່າງສົມເຫດສົມຜົນ.