ສຳນັກຂ່າວສານເມຊີໂກພ້ອມແລ້ວທີ່ຈະຫນູນຊ່ວຍໂຄສະນາພາບພົດຫວຽດນາມຢູ່ອາເມລິກາລາຕີນ

ສຳນັກຂ່າວສານເມຊີໂກພ້ອມແລ້ວທີ່ຈະຫນູນຊ່ວຍໂຄສະນາພາບພົດຫວຽດນາມຢູ່ອາເມລິກາລາຕີນ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ເມ​ຊີ​ໂກ Enrique Peña Nieto
ພາບ:news.go.vn

(vovworld)-​​​​ ທີ່​ການ​ຕ້ອນ​ຮັບ​ທ່ານ ເລ​ລີງ​ລານ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເມ​ຊີ​ໂກ, ຜູ້​ອຳ​ນວຍ​ການ​ໃຫຍ່​ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ​ ເມ​ຊີ​ໂກ Notimex, ທ່ານ Alejandro Ramos ຢືນ​ຢັນ​ວ່າ: ສຳ​ນັກ​ຂ່າວ​ສານ​ເມ​ຊີ​ໂກ​ພ້ອມ​ແລ້ວ​ຫນູນ​ຊ່ວຍ​ໂຄ​ສະ​ນາ​ພາ​ບ​ພົດ​ຫວຽດ​ນາມ​ຢູ່​ອາ​ເມ​ລິ​ກາ​ລາ​ຕີນ. ຕາມ​ທ່ານ Ramos ແລ້ວ ,ໃນຕໍ່​ຫນ້າ Notimex ແລະ ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ຈະ​ສົມ​ທົບ​ກັນ​ຜະ​ລິດ​ບັນ​ດາ​ລາຍ​ການ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ, ທ່ອງ​ທ່ຽວ ແລະ ເສດ​ຖະ​ກິດ ເພື່ອ​ນຳ​ມາ​ໃຫ້​ຜູ້​ຊົມ ເມ​ຊີ​ໂກ ເວົ້າ​ສະ​ເພາະ ແລະ ອາ​ເມ​ລິ​ກາ​ລາ​ຕີນ ເວົ້າ​ລວມ ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ​ພວມ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຜູ້​ອຳ​ນວຍ​ການ​ໃຫຍ່​ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ​ ເມ​ຊີ​ໂກ Notimex, ທ່ານ Alejandro Ramos ເຫັນ​ດີ ແລະ ສະ​ຫນັບ​ສະ​ຫນູນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ລີງ​ລານ ໃນ​ການ​ກະ​ກຽມ​ ແລະ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ສອງ​ຝ່າຍ, ໃນ​ນັ້ນ ມີ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ສຳ​ນັກ​ງານ​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ ເມ​ຊີ​ໂກ ກໍ​ຄື​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ບັນ​ດາ​ວັນ​ບຸນ​ໃຫຍ່​ຂອງ​ຫວຽດ​ນາມ ແລະ ເມ​ຊີ​ໂກ​ໃນ​ປີ 2015.

 

ຂ່າວ/ບົດ​ອື່ນ