(vovworld)- ວັນທີ 7/3, ສຳນັກພິມຈຳຫນ່າຍ Cienflores ຂອງອັກຊັງຕີນ ໄດ້ອອກສິ່ງພິມສະບັບພິເສດຍ້ອງຍໍບັນດາການປະກອບສ່ວນຂອງແມ່ຍິງຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ເນື່ອງໃນໂອກາດວັນແມ່ຍິງ ສາກົນ 8/3. ສິ່ງພິມສະບັບດັ່ງກ່າວ ມີຫົວຂໍ້ວ່າ: “ແມ່ຍິງຫວຽດນາມ” ລວມມີ 8 ຫນ້າ ທີ່ລົງພິມບົດຂຽນພ້ອມກັບຮູບພາບ 21 ແຜ່ນດ້ວຍຫລາຍຂະຫນາດ ທີ່ສ່ອງແສງເຖິງການເຂົ້າຮ່ວມຂອງແມ່ຍິງຫວຽດນາມໃນການຕໍ່ສູ້ຕ້ານອາເມລິກາກູ້ຊາດ ຢ່າງມີຊີວິດຊີວາ. ສິ່ງພິມດັ່ງກ່າວໄດ້ຕີລາຄາສູງການປະກອບສ່ວນ ແລະ ບົດບາດຂອງແມ່ຍິງຫວຽດນາມ ໃນຕະຫລອດໄລຍະທຸກຍາກລຳບາກຂອງການຕໍ່ສູ້ປົດປ່ອຍຊາດໃນໄລຍະຕໍ່ຕ້ານຕ້ານອາເມລິກາ. ບົດຂຽນໄດ້ຢືນຢັນວ່າ: ຄຽງຄູ່ກັບຫນ້າທີ່ປົກປັກຮັກສາປະເທດຊາດ, ແມ່ຍິງຫວຽດນາມ ຍັງເຂົ້າຮ່ວມການຜະລິດ, ການອອກແຮງງານ ແລະ ການຮ່ຳຮຽນຢ່າງຕັ້ງຫນ້າ.