ສ.ເກົາຫຼີກັກກ່ຳປັ່ນຫາປາຈີນເຄື່ອນໄຫວຢ່າງຜິດກົດໝາຍ
ສ.ເກົາຫຼີກັກກ່ຳປັ່ນຫາປາຈີນເຄື່ອນໄຫວຢ່າງຜິດກົດໝາຍ
(ພາບປະກອບ: AFP)
(vovworld) - ວັນທີ 14/06, ສຳນັກຂ່າວສານ Yonhap ໄດ້ຄັດແຫຼ່ງຂ່າວຈາກສະພາເສນາທິການໃຫຍ່ທະຫານປະສົມ (JCS) ສ.ເກົາຫຼີ ໃຫ້ຮູ້ວ່າ, ກອງທັບປະເທດນີ້ໄດ້ກັດກ່ຳປັ່ນກາປາ 2 ລຳຂອງຈີນ ທີ່ເຄື່ອນໄຫວຢ່າງຜິດກົດໝາຍຢູ່ເຂດທະເລລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ. ແຈ້ງການສື່ມວນຊົນຂອງ JCS ຊີ້ແຈ້ງວ່າ, ໃນການເຄື່ອນໄຫວກວາດລ້າງ, ກຳລັງສ.ເກົາຫຼີ ໄດ້ກັກກຳ່ປັ່ນຫາປາ 2 ລຳຂອງຈີນ ແລະ ມອບສົ່ງໃຫ້ກຳລັງປ້ອງກັນຝັ່ງທະເລ. ຄາດວ່າ, ສ.ເກົາຫຼີ ຈະສືບຕໍ່ການເຄື່ອນໄຫວນີ້ຈົນກວ່າເວລາໃດທີ່ກ່ຳປັ່ນຫາປາຂອງຈີນ ບໍ່ເຄື່ອນໄຫວຢູ່ເຂດທະເລນີ້ອີກ. ນີ້ແມ່ນບັນດາກ່ຳປັ່ນຫາປາທຳອິດຂອງຈີນ ຖືກກັກຢູ່ເຂດທະເລດັ່ງກ່າວ, ນັບແຕ່ພາຍຫຼັງກອງທັບສ.ເກົາຫຼີ ເລີ່ມເຄື່ອນໄຫວກວາດລ້າງຢູ່ເຂດນີ້ນັບແຕ່ວັນທີ 10/06 ຜ່ານມາ.