ສ.ເກົາຫຼີ,ອາເມລິກາເຫັນດີເພີ່ມທະວີການຮ່ວມມືຮັບມືກັບຄວາມມັກໃຫຍ່ໄຝສູງດ້ານນິວເຄຼຍຂອງສປປ.ເກົາຫຼີ
(ພາບປະກອບ: AFP/TTXVN)
(vovworld) - ວັນທີ 16/07, ກະຊວງການຕ່າງປະເທດສ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ ແລະ ອາເມລິກາ ໄດ້ເຫັນດີເພີ່ມທະວີການຮ່ວມມື ເພີ່ມການນາບຂູ່ຕ້ານຄືນຄວາມມັກໃຫຍ່ໄຝສູງດ້ານນິວເຄຼຍຂອງສປປ.ເກົາຫຼີ ແລະ ສົມທົບກັນປະຕິບັດບັນດາຄຳສັ່ງລົງໂທດທີ່ແຂງກະດ້າງສຳລັບພຽງຢາງ. ຂໍ້ຕົກລົງດັ່ງກ່າວບັນລຸໄດ້ທີ່ກອງປະຊຸມລະຫວ່າງທ່ານ Kim Hong kyun, ທູດພິເສດຂອງສ.ເກົາຫຼີ ກ່ຽວກັບບັນດາບັນຫາປ້ອງກັນຄວາມສະຫງົບ ແລະ ສັນຕິພາບໃນແຫຼມເກົາຫຼີ ແລະ ທູດພິເສດຂອງອາເມລິກາ ກ່ຽວກັບນະໂຍບາຍສປປ.ເກົາຫຼີ Sung Kim ດຳເນີນຢູ່ Hawaii. 2 ຝ່າຍກໍຢືນຢັນຄືນໃໝ່ການປອດນິວເຄຼີຍໃນແຫຼມ ເກົາຫຼີ ແມ່ນຄາດໝາຍລວມ, ບໍ່ພຽງແຕ່ຂອງ 2 ປະເທດເທົ່ານັ້ນ, ຫາກຍັງຂອງທັງປະຊາຄົມສາກົນອີກດ້ວຍ.