(vovworld) – ວັນທີ 19/05, ກະຊວງຍຸດທະສາດ ແລະ ການເງິນສ.ເກົາຫຼີ ໄດ້ຮັບຮອງເອົາບ້ວງເງິນກູ້ຢືມທີ່ມີມູນຄ່າ 77 ລ້ານ USD ສຳລັບໂຄງການຍົກສູງລະບົບຊົນລະປະທານແມ່ນ້ຳ ແລ່ນ (ແຂວງແທງຮ໋ວາ) ແລະ ແມ່ນ້ຳ ຮວ່າງມາຍ (ແຂວງເງະອານ) ຈາກແຫຼ່ງທຶນຂອງກອງທຶນຮ່ວມມືພັດທະນາເສດຖະກິດ (EDCF). ນີແມ່ນໂຄງການມີຍອດຈຳນວນເງິນລົງທຶນ 105 ລ້ານ USD, ໃນນັ້ນ 77 ລ້ານ USD ແມ່ນທຶນກູ້ຢືມຈາກກອງທຶນ EDCF ແລະ 28 ລ້ານ USD ແມ່ນທຶນສົມທົບຈາກຝ່າຍຫວຽດນາມ. ໂຄງການແນໃສ່ກໍ່ສ້າງບັນດາຄັນຄູ, ບັນດາລະບົບລະບາຍນ້ຳ ເພື່ອຊ່ວຍກັນນ້ຳເຄັມ, ຮັກສານຳ້ຈືດ, ຮັບປະກັນແຫຼ່ງນ້ຳຮັບໃຊ້ກະສິກຳ, ການດຳລົງຊີວິດ, ລ້ຽງສັດ ແລະ ບັນດາຂະແໜງເສດຖະກິດອື່ນໆໃນເຂດໂຄງການ, ພ້ອມທັງຊ່ວຍປັບປຸງສະພາບແວດລ້ອມຊີວະພາບ, ຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ.