ສ.ເກົາຫຼີແລະອາເມລິກາເພີ່ມກຳລັງດັນຕໍ່ສປປ.ເກົາຫຼີ

ສ.ເກົາຫຼີແລະອາເມລິກາເພີ່ມກຳລັງດັນຕໍ່ສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ວັນ​ທີ 20/04, ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ປະ​ເທດນີ້ ແລະ ອາ​ເມ​ລິ​ກາ ໄດ້​ເຫັນ​ດີ​ຮັກ​ສາ​ກຳ​ລັງ​ດັນ​ຕໍ່​ສ​ປ​ປ.ເກົ​າ​ຫຼີ ເພື່ອບັງ​ຄັບ​ໃຫ້​ພຽງຢາງ ປະ​ລະ​ໂຄງ​ການ​ອາ​ວຸດ​ນິວ​ເຄຼຍ. ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ລະ​ຫວ່າງ​ຮອງ​ຫົວ​ໜ້າ​ຮັບ​ຜິດ​ຊອບ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ ທ່ານ Cho Tae yong ແລະ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Tony Blinken, 2 ຝ່າຍ​ກ​ໍ​ໄດ້​ແບ່ງ​ປັນ​ທັດ​ສະ​ນະ​ທີ່​ວ່າ ຕ້ອງ​ຮັກ​ສາ ແລະ ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ກໍ​ຄື​ສ້າງ​ກຳ​ລັງ​ດັນ​ຢ່າງ​ແຮງ​ສຳ​ລັບ​ສ​ປ​ປ.ເກົາ​ຫຼີ. ນອກນັ້ນ, 2 ຝ່າຍກໍ່​ຫັນ​ດີ​​ຮ່ວມ​ມື​ນຳ​ກັນເພື່ອ​ປະ​ຕິ​ບັ​ດ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະ​ຫ​ະ​ປະ​ຊາ​ຊາດ​ຕ້ານ​ສ​ປ​ປ.ເກົາ​ຫຼີ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ